• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ AIPA – 45

ຕອນຄ່ຳວັນທີ 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ, ສິ້ນສຸດການຢ້ຽມຢາມ ສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນັບແຕ່ວັນທີ 17 – 19 ຕຸລາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ (ພາບ: TTXVN)

ດ້ວຍກວ່າ 20 ກິດຈະກຳ, ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດທຸກເປົ້າໝາຍ, ຄຳຮຽກຮ້ອງທີ່ໄດ້ວາງອອກ. ການຢ້ຽມຢາມອີກຄັ້ງໜຶ່ງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍໃຫ້ບຸລິມະສິດສູງສຸດ ແລະ ຖືເປັນສຳຄັນການພັດທະນາການພົວມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການຢ້ຽມຢາມຍັງສະແດງໃຫ້ເຫັນການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກໃນການປັບປຸງບົດບາດເປັນໃຈກາງ, ຄວາມສາມັກຄີ ແລະ ເປັນເອກະພາບໃນ ອາຊຽນ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານປະທານລັດຖະສະພາ ເບລາຣຸດ Igor Sergeyenko ແລະ ພົບປະກັບທ່ານປະທານສະພາແຫ່ງຊາດ ໄທ.

(ແຫຼ່ງຄັດຈາກ VOV)

ເສີມຂະຫຍາຍປະສິດທິຜົນກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ (ຈີນ) ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ

ເສີມຂະຫຍາຍປະສິດທິຜົນກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ (ຈີນ) ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໃຫ້ມີປະສິດທິຜົນ

Top