• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ ແລະ ອວຍ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ວຸ​ໂສ

ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2024) ຕອນບ່າຍວັນທີ 19 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນ ແລະ ມອບຂອງຂວັນໃຫ້ນັກຂ່າວອາວຸໂສຈຳນວນໜຶ່ງຢູ່ຮ່າໂນ້ຍ.
ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມ ແລະ ອວຍພອນນັກຂ່າວ ຮ່າດັງ

ໃນການອວຍພອນບັນດານັກຂ່າວອາວຸໂສ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານປະທານປະເທດ ຢັ້ງຢືນວ່າ ພັກ, ລັດ ໄດ້ຮັບຮູ້, ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດານັກຂ່າວທີ່ມີການອຸທິດສ່ວນໃຫ້ແກ່ພາລະກິດສື່ມວນຊົນປະຕິວັດ, ປະກອບສ່ວນໃຫ້ແກ່ການພັດທະນາຂອງພື້ນຖານສື່ມວນຊົນຂອງ ຫວຽດນາມ ເວົ້າສະເພາະ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ.

ສ່ວນບັນດານັກຂ່າວອາວຸໂສ ກໍ່ສະແດງຄວາມຊົມເຊີຍ ທ່ານປະທານປະເທດ ທີ່ພັກ, ສະພາແຫ່ງຊາດ ແລະ ປະຊາຊົນໄດ້ມີຄວາມໄວ້ເນື້ອເຊື່ອໃຈມອບໝາຍໜ້າທີ່ໃໝ່, ບັນດານັກຂ່າວກໍ່ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານປະເທດ ຈະມີການປະກອບສ່ວນຫຼາຍກ່ວາອີກ ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ບັນດານັກຂ່າວຢັ້ງຢືນຈະສືບຕໍ່ເສີມຂະຫຍາຍມູນເຊື້ອສື່ມວນຊົນປະຕິວັດ, ເຂົ້າຮ່ວມການສຶກສາຄົນລຸ້ນໜຸ່ມ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາຂອງທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 14 ອາຍຸການ 2020 – 2025 ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກືອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

Top