• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລ​ດຶກ​ແອັງ​ ແມ່ນ​ແບບ​ຢ່າງ​ທີ່​ດີ​ເດັ່ນ ​ຈົງຮັກພັກດີຕໍ່​ພັກ ແລະ ກະຕັນຍູຕໍ່​ປ​ະ​ຊາ​ຊົນ

ຕອນເຊົ້າວັນທີ 1 ທັນວາ, ຢູ່ແຂວງເທື່ອທຽນເຫ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງທ່ານອະດີດປະທານປະເທດ ເລດຶກແອັງ (ຄືວັນທີ 1 ທັນວາ 1920 – 1 ທັນວາ 2020). 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟູກກ່າວຄຳເຫັນທີ່ພິທີ (ພາບ: VGP) 

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ທ່ານອະດີດປະທານປະເທດ ເລດຶກແອັງ ແມ່ນແບບຢ່າງທີ່ດີເດັ່ນຂອງນັກປະຕິວັດທີ່ອົງອາດກ້າແກ່ນ, ຈົງຮັກພັກດີຕໍ່ພັກ ແລະ ກະຕັນຍູຕໍ່ປະຊາຊົນ. ທ່ານນາຍົກລັດຖະມົນຕີຖືວ່າ ຊີວິດການເຄື່ອນໄຫວປະຕິວັດຂອງອະດີດປະທານປະເທດ ເລດຶກແອັງ ໄດ້ສ້າງບັນດາມໍລະດົກອັນລ້ຳຄ່າຕໍ່ພາລະກິດປະຕິວັດຂອງ ພັກ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

ຮ່ຳຮຽນ ແລະ ປະຕິບັດຕາມສະຫາຍ ເລດຶກແອັງ ແລະ ບັນດາການນຳລຸ້ນກ່ອນທີ່ດີເດັ່ນພວກເຮົາຍາມໃດກໍ່ເດີນຕາມເສັ້ນທາງເຊິ່ງ ພັກກອມມູນິດ ຫວຽດນາມປະທານໂຮ່ຈີມິນ ແລະ ປະຊາຊົນຫວຽດນາມໄດ້ເລືອກເຟັ້ນ, ສືບຕໍ່ພາລະກິດປະຕິວັດສະຫງ່າລາສີຂອງບັນດາລຸ້ພໍ່ລຸ້ນອາຍຢ່າງດີເດັ່ນ ອອກເຫື່ອແຮງສ້າງສາປະເທດຊາດ ໃຫ້ນັບມື້ນັບພັດທະນາຮັ່ງມີເຂັ້ມແຂງສີວິໄລ ແລະ ປົກປັກຮັກສາປະເທດຊາດທີ່ຮັກແພງໃຫ້ໝັ້ນແກ່ນ ເພື່ອຄວາມເຂັ້ມແຂງກຳລັງບົ່ມຊ້ອນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມຖືກຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງເພື່ອກ້າວຂຶ້ນສູ່ສັງຄົມນິຍົມ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ, ວາງພວງມາລາຢູ່ເຂດສຸສານນະຄອນໂດຍມີການເຂົ້າຮ່ວມຂອງ ທ່ານຫງວຽນທ້ຽວເຍິນ ກຳມະການກົມການເມືອງ, ຫົວໜ້າຄະນະສະມາຊິກສະມາແຫ່ງຊາດນະຄອນໂຮ່ຈີມິນ ແລະ ທ່ານ ຫງວຽນວັນເນັນ ເລຂາສູນກາງພັກ, ເລຂາຄະນະພັກນະຄອນ.

(ແຫຼ່ງຄັດຈາກ VOV)
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top