• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron

ການນຳ2ທ່ານຕົກລົງເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນຢ່າງມີປະສິດທິຜົນ, ພ້ອມທັງຄົ້ນຄວ້າສ້າງຕັ້ງບັນດາກົນໄກຮ່ວມມືໃໝ່; ເຫັນດີສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໃນນັ້ນ ມີການຕໍ່ສູ້, ຕ້ານອາດຊະຍາກຳຂ້າມຊາຍແດນ.
ກອງປະຊຸມພົບປະເຈລະຈາ ລະຫວ່າງສອງຝ່າຍ

ພາຍຫຼັງພິທີຕ້ອນຮັບ, ຕອນເຊົ້າວັນທີ 26 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ເປັນປະທານກອງປະຊຸມພົບປະເຈລະຈາກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ນະທີ່ນີ້, ການນຳ2ທ່ານຕົກລົງເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນຢ່າງມີປະສິດທິຜົນ, ພ້ອມທັງຄົ້ນຄວ້າສ້າງຕັ້ງບັນດາກົນໄກຮ່ວມມືໃໝ່; ເຫັນດີສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໃນນັ້ນ ມີການຕໍ່ສູ້, ຕ້ານອາດຊະຍາກຳຂ້າມຊາຍແດນ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຊີນການນຳຂັ້ນສູງ ຝລັ່ງ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ຢູ່ ຮ່າໂນ້ຍ ເຊິ່ງຈະດຳເນີນໃນເດືອນ ຕຸລາ ປີ 2025.

        ກ່ຽວກັບດ້ານເສດຖະກິດ - ການຄ້າ - ການລົງທຶນ, ການນຳສອງທ່ານເຫັນດີຊຸກຍູ້ການຄ້າ, ການລົງທຶນ; ຜັນຂະຫຍາຍ ແລະ ຂຸດຄົ້ນປະສິດທິຜົນຂອງສັນຍາການຄ້າເສລີ ຫວຽດນາມ - EU. ຝລັ່ງ ຈະຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ EU - ຫວຽດນາມ ໃຫ້ສຳເລັດໂດຍໄວ, ຊຸກຍູ້ຄະນະກຳມະການເອີຣົບ ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳ ຫວຽດນາມ ແລະ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົ່ງອອກສິນໃນນ້ຳ ຫວຽດນາມ ເຂົ້າຕະຫຼາດ ຝລັ່ງ ແລະ EU.  

        ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ ແລະ ຫັນເປັນດີຈີຕອນ, ພິເສດແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ພ້ອມດຽວກັນນັ້ນ ເປີດກວ້າງການຮ່ວມມືຄົ້ນຄວ້າວິທະຍາສາດ, ຊຸກຍູ້ການຖ່າຍທອດ ແລະ ເປັນເຈົ້າຂອງເຕັກໂນໂລຢີ, ລົງທຶນພັດທະນາພື້ນຖານໂຄງລ່າງດີຈີຕອນ.

        ຫວຽດນາມ ສະເໜີ ໃຫ້ ຝລັ່ງ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການຮ່ວມມືພັດທະນາຜ່ານການຊ່ວຍເຫຼືອທຶນ ODA, ກູ້ຢືມທຶນບຸລິມະສິດຂອງລັດຖະບານ ສຳລັບບັນດາໂຄງການເພີ່ມທະວີຄວາມຕ້ານຢັນຕໍ່ການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານ; ຝລັ່ງ ສືບຕໍ່ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການລະອຽດໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳ JETP.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານປະທານປະເທດ ເລືອງເກືອງ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນກັບນະໂຍບາຍປ້ອງກັນຊາດ “4 ບໍ່” ໃນການພົວພັນສາກົນ.

        ພາຍຫຼັງກອງປະຊຸມພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຝລັ່ງ ໄດ້ເປັນສັກຂີພິຍານການລົງນາມໃນເອກະສານຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ

ຕອນ​ເຊົ້າ​ວັນ​ທີ 11 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ, ກ​ະ​ຊວງ​ຕຳຫຼວດ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ປະ​ຊາ​ຊົນ (12/7/1946 - 12/7/2026).

Top