• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ການ​ນຳ APEC ກັບ​ແຂກ​ຖືກ​ເຊີນ

ທ່ານປະທານປະເທດ ເລືອງເກືອງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC ເພື່ອຊຸກຍູ້ບັນດາການເຊື່ອມຕໍ່ລະຫວ່າງພາກພື້ນຢ່າງມີປະສິດທິຜົນ, ມີຜົນປະໂຫຍດໃຫ້ແກ່ປະຊາຊົນໝົດທຸກຄົນ ແລະ ວິສາຫະກິດ.
ປະທານປະເທດ ເລືອງເກືອງ ເຂົ້າຮ່ວມ ການໂອ້ລົມສົນທະນາລະຫວ່າງບັນດາການນຳ APEC ກັບແຂກຖືກເຊີນ (ພາບ: TTXVN)

ຕອນເຊົ້າວັນທີ 15 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ສູນກອງປະຊຸມ ລີມາ ນະຄອນຫຼວງຂອງເປຣູ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ລະຫວ່າງບັນດາການນຳ APEC ກັບແຂກຖືກເຊີນ. ວາລະໂອ້ລົມສົນທະນາປີນີ້ ມີການເຂົ້າຮ່ວມຂອງບັນດາການນຳ, ຫົວໜ້າຄະນະຜູ້ແທນທີ່ມາຈາກ 21 ພື້ນຖານເສດຖະກິດ ສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ຜູ້ຕາງໜ້າ 3 ຄູ່ຮ່ວມມືເປັນແຂກຖືກເຊີນແມ່ນ ສະຫະລັດ ອາຣັບ ເອມີເລດ, ອົງການອາຫານ ແລະ ກະເສດ ສປຊ (FAO) ແລະ ທະນາຄານພັດທະນາ ອາເມລິກາ ລາຕິນ ແລະ ກາຣີເບ (CAF). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເລືອງເກືອງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC ເພື່ອຊຸກຍູ້ບັນດາການເຊື່ອມຕໍ່ລະຫວ່າງພາກພື້ນຢ່າງມີປະສິດທິຜົນ, ມີຜົນປະໂຫຍດໃຫ້ແກ່ປະຊາຊົນໝົດທຸກຄົນ ແລະ ວິສາຫະກິດ. ດ້ວຍທີ່ຕັ້ງພູມສາດທີ່ສະດວກຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ເຄືອຂ່າຍ logistics ທີ່ທັນສະໄໝ, ຫວຽດນາມ ມີຄວາມສາມາດຢ່າງພຽງພໍສວມບົດບາດເປັນຂົວເຊື່ອມຕໍ່ເປີດກວ້າງການແລກປ່ຽນຄ້າຂາຍ ແລະ ເຊື່ອມຕໍ່ລະຫວ່າງພາກພື້ນ. ເລື່ອງເຂົ້າຮ່ວມບັນດາສັນຍາການຄ້າເສລີທີ່ມີຂອບຂະໜາດໃຫຍ່ຄືສັນຍາຄູ່ຮ່ວມມືຮອດບ້ານ ແລະ ກ້າວໜ້າຂ້າມປາຊີຟິກ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ແລະ ສັນຍາການຄ້າເສລີ ຫວຽດນາມ - EU ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນລະບົບມູນຄ່າ ແລະ ສະໜອງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top