• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕັດສິນໃຈຖະໜຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ແນວໂຮມປະເທດຊາດສອງປະເທດ ຍູ້ແຮງການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະ, ແລກປ່ຽນບົດຮຽນປະສົບການ ແລະ ພົວພັນແລກປ່ຽນມິດຕະພາບ.

ຕອນບ່າຍວັນທີ 25 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງສາດ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງສາດ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງຕໍ່ໝາກຜົນຂອງການພົບປະເຈລະຈາລະຫວ່າງທ່ານ ສິນລະວົງ ຄຸດໄພທູນ ກັບ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ແລະ ລາວ ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ດັ່ງນັ້ນ ຕ້ອງແບ່ງປັນຄວາມຫຍຸ້ງຍາກ, ບົດຮຽນປະສົບການໃນການສ້າງສາ ແລະ ພັດທະນາປະເທດຊາດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕັດສິນໃຈຖະໜຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ແນວໂຮມປະເທດຊາດສອງປະເທດ ຍູ້ແຮງການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະ, ແລກປ່ຽນບົດຮຽນປະສົບການ ແລະ ພົວພັນແລກປ່ຽນມິດຕະພາບ.

(ແຫຼ່ງຄັດຈາກ VOV)

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ທ່ານ Arief Prasetyo Adi ຜູ້ນຳອົງການສະບຽງອາຫານແຫ່ງຊາດ ອິນໂດເນເຊຍ (NFA) ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ຕ້ອງມີການກະທຳຢ່າງລະອຽດເພື່ອແກ້ໄຂຄວາມສ່ຽງດ້ານວິກິດການດ້ານສະບຽງອາຫານທົ່ວໂລກ

Top