• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ກະ​ສັດ ພູ​ຖານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ສອງ​ຝ່າຍ

ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບລະດັບຊາດທີ່ໄດ້ດຳເນີນຢ່າງສົມກຽດຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ກະສັດ ພູຖານ Jigme Khesar Namgyel Wangchuck ໄດ້ດຳເນີນການພົບປະເຈລະຈາ.
ການພົບປະເຈລະຈາລະຫວ່າງສອງປະເທດ

ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ແລະ ກະສັດ Jigme Khesar Namgyel Wangchuck ໄດ້ເຫັນດີເປັນເອກະພາບປັບປຸງການພົວພັນມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຢ້ຽມຢາມຂັ້ນສູງ, ທຸກຂັ້ນເປັນປະຈຳກວ່າອີກ; ຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມື ແນ່ໃສ່ສ້າງຂອບເຂດທີ່ສະດວກຜັນຂະຫຍາຍບັນດາໂຄງການ, ກິດຈະກຳລະອຽດ.

        ສອງຝ່າຍຖືວ່າ ຕ້ອງເປີດກວ້າງການຮ່ວມມືໃນບັນດາຂົງເຂດສຳຄັນ, ເຊັ່ນ: ກະສິກຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການສຶກສາ, ບຳລຸງສ້າງ, ວັດທະນະທຳ, ສິລະປະ; ສົ່ງເສີມບັນດາບໍລິສັດການບິນລະຫວ່າງສອງປະເທດພິຈາລະນາເປີດກວ້າງສາຍການບິນໂດຍກົງ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ເພື່ອແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ການນຳສອງທ່ານກໍໄດ້ເນັ້ນໜັກວ່າ ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

        ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ກະສັດ ພູຖານ Jigme Khesar Namgyel Wangchuck ໄດ້ເປັນສັກຂີພິຍານພິທີລົງນາມໃນກອບການຮ່ວມມືລະຫວ່າງລັດຖະບານ ແລະ ເອກະສານຮ່ວມມືໃນຂົງເຂດການບິນ.

   ໃນຕອນບ່າຍວັນທີ 19 ສິງຫານີ້, ຢູ່ສຳນັກງານລັດຖະບານ ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບກະສັດ ພູຖານ Jigme Khesar Namgyel WaWangchuc ເນື່ອງໃນໂອກາດທີ່ພະມະຫາກະສັດມາຢ້ຽມຢາມຫວຽດນາມ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ພູຖານ; ສະເໜີໃຫ້ສອງຝ່າຍຊຸກຍູ້ການຢ້ຽມຢາມ ແລະ ການພົວພັນຮ່ວມມືໃນລະດັບສູງ ແລະ ທຸກຂັ້ນ; ພິຈາລະນາສ້າງຕັ້ງກົນໄກຮ່ວມມືສອງຝ່າຍ; ສືບຕໍ່ກວດກາ ແລະ ຊຸກຍູ້ການລົງນາມໃນສັນຍາຮ່ວມມື. ພ້ອມກັນນັ້ນ, ຊຸກຍູ້ການເຊື່ອມໂຍງເສດຖະກິດຂອງສອງປະເທດໂດຍຜ່ານການຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອອຳນວຍຄວາມສະດວກໃຫ້ສິນຄ້າຂອງສອງປະເທດເຂົ້າເຖິງຕະຫຼາດເຊິ່ງກັນແລະກັນ. ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກປະເພດສິນຄ້າທີ່ພູຖານຕ້ອງການ ແລະ ຫວຽດນາມ ມີທ່າແຮງຄື: ສະບຽງອາຫານ, ເຄື່ອງອຸປະໂພກບໍລິໂພກ, ວັດສະດຸກໍ່ສ້າງ, ຜະລິດຕະພັນເອເລັກໂຕຣນິກ ແລະ ເຄື່ອງປະກອບ ແລະ ສິນຄ້ານຳເຂົ້າຈາກພູຖານ, ຕອບສະໜອງຄວາມຕ້ອງການຂອງສອງປະເທດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍພິຈາລະນາເປີດກວ້າງການຮ່ວມມືດ້ານຄວາມປອດໄພ, ຕ້ານອາດຊະຍາກຳທາງອິນເຕີເນັດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ການທ່ອງທ່ຽວຈິດວິນຍານ, ກະສິກຳປອດສານພິດ, ກະສິກຳຄຸນນະພາບສູງ, ຢາພື້ນເມືອງ; ສ້າງສາຍການບິນໂດຍກົງໃນໄວໆນີ້ ເພື່ອສົ່ງເສີມການພົວພັນແລກປ່ຽນວັດທະນະທຳແລະປະຊາຊົນ. ກະສັດ ພູຖານ ຢືນຢັນວ່າ ພູຖານ ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສຳຄັນໃນພາກພື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ.
    ກໍໃນຕອນບ່າຍວັນດຽວກັນນີ້, ກ່າວຄຳເຫັນທີ່ການພົບປະກັບກະສັດພູຖານ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ  ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພູຖານ; ເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືຫວຽດນາມ - ພູຖານ ຈະໄດ້ຮັບການຊຸກຍູ້ໃຫ້ຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top