ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບລະດັບຊາດທີ່ໄດ້ດຳເນີນຢ່າງສົມກຽດຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ກະສັດ ພູຖານ Jigme Khesar Namgyel Wangchuck ໄດ້ດຳເນີນການພົບປະເຈລະຈາ.
ການພົບປະເຈລະຈາລະຫວ່າງສອງປະເທດ
ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ແລະ ກະສັດ Jigme Khesar Namgyel Wangchuck ໄດ້ເຫັນດີເປັນເອກະພາບປັບປຸງການພົວພັນມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຢ້ຽມຢາມຂັ້ນສູງ, ທຸກຂັ້ນເປັນປະຈຳກວ່າອີກ; ຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມື ແນ່ໃສ່ສ້າງຂອບເຂດທີ່ສະດວກຜັນຂະຫຍາຍບັນດາໂຄງການ, ກິດຈະກຳລະອຽດ.
ສອງຝ່າຍຖືວ່າ ຕ້ອງເປີດກວ້າງການຮ່ວມມືໃນບັນດາຂົງເຂດສຳຄັນ, ເຊັ່ນ: ກະສິກຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການສຶກສາ, ບຳລຸງສ້າງ, ວັດທະນະທຳ, ສິລະປະ; ສົ່ງເສີມບັນດາບໍລິສັດການບິນລະຫວ່າງສອງປະເທດພິຈາລະນາເປີດກວ້າງສາຍການບິນໂດຍກົງ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ເພື່ອແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.
ການນຳສອງທ່ານກໍໄດ້ເນັ້ນໜັກວ່າ ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.
ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ກະສັດ ພູຖານ Jigme Khesar Namgyel Wangchuck ໄດ້ເປັນສັກຂີພິຍານພິທີລົງນາມໃນກອບການຮ່ວມມືລະຫວ່າງລັດຖະບານ ແລະ ເອກະສານຮ່ວມມືໃນຂົງເຂດການບິນ.
ໃນຕອນບ່າຍວັນທີ 19 ສິງຫານີ້, ຢູ່ສຳນັກງານລັດຖະບານ ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບກະສັດ ພູຖານ Jigme Khesar Namgyel WaWangchuc ເນື່ອງໃນໂອກາດທີ່ພະມະຫາກະສັດມາຢ້ຽມຢາມຫວຽດນາມ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ພູຖານ; ສະເໜີໃຫ້ສອງຝ່າຍຊຸກຍູ້ການຢ້ຽມຢາມ ແລະ ການພົວພັນຮ່ວມມືໃນລະດັບສູງ ແລະ ທຸກຂັ້ນ; ພິຈາລະນາສ້າງຕັ້ງກົນໄກຮ່ວມມືສອງຝ່າຍ; ສືບຕໍ່ກວດກາ ແລະ ຊຸກຍູ້ການລົງນາມໃນສັນຍາຮ່ວມມື. ພ້ອມກັນນັ້ນ, ຊຸກຍູ້ການເຊື່ອມໂຍງເສດຖະກິດຂອງສອງປະເທດໂດຍຜ່ານການຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອອຳນວຍຄວາມສະດວກໃຫ້ສິນຄ້າຂອງສອງປະເທດເຂົ້າເຖິງຕະຫຼາດເຊິ່ງກັນແລະກັນ. ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກປະເພດສິນຄ້າທີ່ພູຖານຕ້ອງການ ແລະ ຫວຽດນາມ ມີທ່າແຮງຄື: ສະບຽງອາຫານ, ເຄື່ອງອຸປະໂພກບໍລິໂພກ, ວັດສະດຸກໍ່ສ້າງ, ຜະລິດຕະພັນເອເລັກໂຕຣນິກ ແລະ ເຄື່ອງປະກອບ ແລະ ສິນຄ້ານຳເຂົ້າຈາກພູຖານ, ຕອບສະໜອງຄວາມຕ້ອງການຂອງສອງປະເທດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍພິຈາລະນາເປີດກວ້າງການຮ່ວມມືດ້ານຄວາມປອດໄພ, ຕ້ານອາດຊະຍາກຳທາງອິນເຕີເນັດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ການທ່ອງທ່ຽວຈິດວິນຍານ, ກະສິກຳປອດສານພິດ, ກະສິກຳຄຸນນະພາບສູງ, ຢາພື້ນເມືອງ; ສ້າງສາຍການບິນໂດຍກົງໃນໄວໆນີ້ ເພື່ອສົ່ງເສີມການພົວພັນແລກປ່ຽນວັດທະນະທຳແລະປະຊາຊົນ. ກະສັດ ພູຖານ ຢືນຢັນວ່າ ພູຖານ ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສຳຄັນໃນພາກພື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ.
ກໍໃນຕອນບ່າຍວັນດຽວກັນນີ້, ກ່າວຄຳເຫັນທີ່ການພົບປະກັບກະສັດພູຖານ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພູຖານ; ເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືຫວຽດນາມ - ພູຖານ ຈະໄດ້ຮັບການຊຸກຍູ້ໃຫ້ຂຶ້ນສູ່ລະດັບສູງໃໝ່.