• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ APEC

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ປະສານສົມທົບເຂົ້າຮ່ວມການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ນັບແຕ່ວັນທີ 14 ຫາ ວັນທີ 17 ພະຈິກ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ.

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 9 ພະຈິກ ໃຫ້ຮູ້ວ່າ ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Joe Biden, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ປະສານສົມທົບເຂົ້າຮ່ວມການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ນັບແຕ່ວັນທີ 14 ຫາ ວັນທີ 17 ພະຈິກ. ການເຄື່ອນໄຫວດັ່ງກ່າວຂອງທ່ານປະທານປະເທດ ໄດ້ດຳເນີນໃນສະພາບການສະເຫຼີມສະຫຼອງ 30 ປີ ແຫ່ງວັນກອງປະຊຸມສຸດຍອດ APEC ຄັ້ງທຳອິດໄດ້ຈັດຂຶ້ນຢູ່ ອາເມລິກາ, ໃນປີ 1993 ແລະ ຂີດໝາຍແຫ່ງວັນ ຫວຽດນາມ ເຂົ້າຮ່ວມ APEC ຄົບຮອບ 25 ປີ (ປີ 1998).

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top