• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: ຮ່ວມ​ມື​ເພື່ອ​ຊະ​ນະ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ

ຕອນບ່າຍວັນທີ 22 ກັນຍາ (ຕາມເວລາ ນິວຢອກ), ໃນຂອບເຂດການເຂົ້າຮ່ວມວາລະປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ດ້ວຍຫົວຂໍ້: “ພ້ອມກັນໝັ້ນໃຈ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ສ້າງຄວາມຍືນຍົງຄືນໃໝ່, ປົກປັກຮັກສາໜ່ວຍໂລກ, ຊຸກຍູ້ສິດທິມະນຸດ ແລະ ປະຕິຮູບ ສປຊ”, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສສຳຄັນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍົກອອກຫຼາຍຄຳເຫັນຕີລາຄາ ພ້ອມດ້ວຍບັນດຂໍ້ສະເໜີແນະລະອຽດ ແນໃສ່ຊຸກຍູ້ການຮ່ວມມືຫຼາຍຝ່າຍຂອງ ໂດຍ ສປຊ ເປັນໃຈກາງ ແລະ ຖືກົດໝາຍສາກົນເປັນພື້ນຖານ, ເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ ເຊັ່ນ: ສົງຄາມ, ການປະທະກັນ, ການຂັດແຍ້ງກັນກ່ຽວກັບຊັບພະຍາກອນທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພິເສດແມ່ນໂລກລະບາດໂຄວິດ - 19 ພວມສົ່ງຜົນກະທົບບໍ່ດີຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນທົ່ວໂລກ. ທ່ານກ່າວວ່າ:

ໜ້າທີ່ຮີບດ່ວນທີ່ສຸດໃນປັດຈຸບັນ ແມ່ນການຄວບຄຸມໂລກລະບາດໂຄວິດ - 19 ໃນຂອບເຂດທົ່ວໂລກໂລກຈະບໍ່ສາມາດມີຄວາມປອດໄພ ໃນເມື່ອທີ່ມີປະຊາຊົນບໍ່ວ່າຜູ້ໃດ ຫຼື ປະເທດໃດທີ່ຍັງບໍ່ທັນປອດໄພຕໍ່ໂລກລະບາດເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວຄວເພີ່ມທະວີການຮ່ວມມື ແລະ ຄວາມສາມັກຄີບົນເນື້ອໃນຈິດໃຈຂອງຄວາມຮັບຜິດຊອບ ແລະ ການແບ່ງປັນໂດຍສະເພາະແມ່ນໃຫ້ບຸລິມະສິດສະໜອງວັກຊິນ ໃຫ້ແກ່ປະຊາຊົນຢູ່ບັນດາປະເທດທີ່ອັດຕາສັກວັກຊິນຍັງຕ່ຳສ້າງເງື່ອນໄຂເພື່ອໃຫ້ບັນດາປະເທພວມພັດທະນາຮ່ວມມືກັນຜະລິດ ແລະ ເຂົ້າຮ່ວມລະບົບສະໜອງວັກຊິນທີສອງແມ່ນເພື່ອຜ່ານຜ່າໂລກລະບາດ ແລະ ຟື້ນຟູເສດຖະກິດໄດ້ນັ້ນ ປັດໄຈສຳຄັນທີ່ສຸດແມ່ນຄວາມມານະພະຍາຍາມບົນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດພວກຂ້າພະເຈົ້າຕີລາຄາສູງ ແລະ ມີຄວາມປາດຖະໜາວ່າ ລະບົບພັດທະນາ  ຈະສືບຕໍ່ຮ່ວມເດີນທາງຮ່ວມມືກັບບັນດາປະເທດສະມາຊິກໃນຄວາມມານະພະຍາຍາມນີ້ຕອບສະໜອງໄດ້ຕາມຄວາມສົນໃຈ ແລະ ຜົນປະໂຫຍພັດທະນາຂອງບັນດາປະເທດທັງໝົດຢ່າງກົມກ່ຽວ”.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ຍົກອອກຄຳຮຽກຮ້ອງວ່າ ກ່ອນອື່ນໝົດຕ້ອງຮັບປະກັນໄດ້ສະພາບການສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ແຕ່ລະປະເທດ, ພາກພື້ນ ແລະ ໃນໂລກ ຈຶ່ງສາມາດຟື້ນຟູ ແລະ ເຕີບໂຕພາຍຫຼັງໂລກລະບາດໄດ້.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໜ້າທີ່ສຳຄັນທີ່ສຸດໃນປັດຈຸບັນ ແມ່ນຄວບຄຸມໂລກລະບາດໂຄວິດ - 19 ໂດຍຜ່ານການຮ່ວມມືສາກົນ (ພາບ: VOV)

ກ່ຽວກັບສະພາບການໃນພາກພື້ນ, ທ່ານປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ພວມມານະພະຍາຍາມເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ; ແບ່ງປັນທັດສະນະລວມຂອງປະຊາຄົມສາກົນ ກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.

ໃນບົດກ່າວປາໄສ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນຖານະເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ; ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດທີ່ໄດ້ເຊື່ອໝັ້ນມອບໝາຍໜ້າທີ່ເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ໃຫ້ແກ່ ຫວຽດນາມ.

ໃນສອງປີຜ່ານມາຫວຽດນາມ ຍາມໃດກໍຍົກສູງນ້ຳໃຈ “ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບທີ່ຍືນຍົງ”, ຍົກສູງການເຈລະຈາການຮ່ວມມືເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມສະກັດກັ້ນ ແລະ ແກ້ໄຂການປະທະກັນຕ່າງໆຫວຽດນາມ ໄດ້ຊຸກຍູ້ບັນດາເນື້ອໃນໃໝ່ ແລະ ແທດຈິງຕອບສະໜອງໄດ້ຕາມຄວາມສົນໃຈລວມກ່ຽວກັບການຍົກສູງ ກົດບັດ   ແລະ ກົດໝາຍສາກົນເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນ… ດ້ວຍຄວາມມຸ່ງມາປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນວຽກງານລວມຫວຽດນາມ ພວມອອກສະໝັກເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ອາຍຸການ 2023  2025 ແລະ ບັນດາກົນໄກສຳຄັນອື່ນ ຂອງ   ແລະ ປາດຖະໜາວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດ”.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top