• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວຽດ​ນາມ ສົ່​ງ​ເສີມ​ການ​ລົງ​ທຶນ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ທີ່ການຕ້ອນຮັບ ທ່ານ Loh Chin Hua ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Kappel, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ກຸ່ມບໍລິສັດເປີດກວ້າງການມາລົງທຶນຢູ່ ຫວຽດນາມ ໃນ ຂົງເຂດພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ພື້ນຖານໂຄງລ່າງ ແລະ ຕົວເມືອງອັດສະລິຍະ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ທ່ານ Loh Chin Hua ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Kappel (ພາບ: TTXVN)

ໃນລາຍການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ, ຕອນເຊົ້າວັນທີ 25 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດແຖວໜ້າ ສິງກະໂປໃນ ຂົງເຂດພະລັງງານ, ພັດທະນາຕົວເມືອງ… ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງເສີມບັນດາວິສາຫະກິດສິງກະໂປ ຈົ່ງສືບຕໍ່ລົງທຶນ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ, ທ່ານກໍ່ເນັ້ນໜັກວ່າ ຊຸກຍູ້ການລົງທຶນແມ່ນບູລິມະສິດຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນຂົງເຂດພະລັງງານສະອາດ, ພັດທະນາແບບຍືນຍົງ.

ທີ່ການຕ້ອນຮັບການນຳກຸ່ມບໍລິສັດ Sembcorp Industries ຂອງ ສິງກະໂປ, ໜ່ວຍງານຜັນຂະຫຍາຍ 10 ໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຢູ່ 7 ທ້ອງຖິ່ນ ຂອງຫວຽດນາມ ດ້ວຍເງິນລົງທຶນທັງໝົດ 15,4 ຕື້ USD. ທ່ານປະທານປະເທດ ຫງວຽນຊວັນຟຸກ ມີຄວາມປາດຖະໜາຢາກໃຫ້ Sembcorp ເປີດກວ້າງ ຮູບແບບ VSIP ຢູ່ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຄືກວ໋າງຈິ, ກ໋ວາງນາມ, ເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດທີ່ມີວິທະຍາສາດເຕັກໂນໂລຢີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມ.

ທີ່ການຕ້ອນຮັບ ທ່ານ Loh Chin Hua ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Kappel, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ກຸ່ມບໍລິສັດເປີດກວ້າງການມາລົງທຶນຢູ່ ຫວຽດນາມ ໃນ ຂົງເຂດພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ພື້ນຖານໂຄງລ່າງ ແລະ ຕົວເມືອງອັດສະລິຍະ.

ທີ່ການຕ້ອນຮັບທ່ານ Lim Ming Yan ປະທານສະຫະພັນວິສາຫະກິດ ສິງກະໂປ (SBF),  ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການຊຸກຍູ້ການລົງທຶນ ແມ່ນບູລິມະສິດ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີໃຫ້ສະຫະພັນວິສາຫະກິດ, ສິງກະໂປ ສືບຕໍ່ເປັນຂົວເຊື່ອມຕໍ່ຊຸກຍູ້ວິສາຫະກິດສິງກະໂປ ມາລົງທຶນ ຢູ່ ຫວຽດນາມ, ປະກອບສ່ວນນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top