• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ການ​ນຳ​ພັກ, ລັດ ຜູ້​ທີ່​ລ່ວງ​ລັບ, ຢ້ຽມ​ຢາມ​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ລັດ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດາການນຳພັກ, ລັດ ຜູ້ທີ່ລ່ວງລັບໄປແລ້ວ ຄື ທ່ານເລຂາທິການໃຫຍ່ ເຈື່ອງຈິງ, ທ່ານພົນເອກ ເຈິ່ນດ້າຍກວາງ ແລະ ຢ້ຽມຢາມ, ອວຍພອນອະດີດການນຳພັກ, ລັດ ຈຳນວນໜຶ່ງໃນບໍລິເວນຮ່າໂນ້ຍ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖະຫວາຍທູບທຽນ, ອາໄລຫາທ່ານເລຂາທິການໃຫຍ່ ເຈື່ອງຈິງ

ວັນທີ 04 ກຸມພາ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະໂລງ 2024, ຕາມມູນເຊື້ອຂອງຊາດ ຫວຽດນາມ, ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດາການນຳພັກ, ລັດ ຜູ້ທີ່ລ່ວງລັບໄປແລ້ວ ຄື ທ່ານເລຂາທິການໃຫຍ່ ເຈື່ອງຈິງ, ທ່ານພົນເອກ ເຈິ່ນດ້າຍກວາງ  ແລະ ຢ້ຽມຢາມ, ອວຍພອນອະດີດການນຳພັກ, ລັດ ຈຳນວນໜຶ່ງໃນບໍລິເວນຮ່າໂນ້ຍ.
     

ເນື່ອງໃນໂອກາດປີໃໝ່, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍ່ໄດ້ໄປຢ້ຽມຢາມທ່ານອະດີດປະທານປະເທດ ຫວຽດນາມ ເຈິ່ນດຶກເລືອງ ແລະ ທ່ານອະດີດປະທານປະເທດ ຫງວຽນຊວັນຝຸກ. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍປາດຖະໜາວ່າ ບັນດາອະດີດການນຳ ຈະສືບຕໍ່ປະກອບເຫື່ອແຮງ, ພູມປັນຍາ ແລະ ບົດຮຽນປະສົບການຂອງຕົນເຂົ້າໃນການພັດທະນາຂອງປະເທດຊາດຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ບັ້ນ​ເຄື່ອນ​ໄຫວ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 ມີ​ນາ 2026 ຮອດ​ວັນ​ທີ 27 ກໍ​ລະ​ກ​ົດ 2027, ​ໂດຍວາງ​ອອກ​ເປົ້າ​ໝາຍ​ທ້​ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ປະ​ທານ 7.000 ອັດ​ຖິ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸ່ນ​ຈາກ 18.000 ຕົວ​ຢ່າງ.

Top