• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຈີນ ສິ​ຈິ້ນ​ຜິງ ກຳ​ນົດ​ເວ​ລາ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອາ​ເມ​ລິ​ກາ

ຈີນ ແລະ ອາ​ເມ​ລິ​ກາ ຕ້ອງ​ປະ​ສາ​ນ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ກະ​ກຽມ​ຢ່າ​ງ​ລະ​ອຽດໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ທານ.
  ​ທ່ານ ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ ຈີນ ຈະ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອາ​ເມ​ລິ​ກາ ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ​ນີ້  
ວັນ​ທີ 15 ພຶດ​ສະ​ພາ, ທ່ານ ຫວາງ​ອີ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ໄດ້ຢັ້ງຢືນວ່າ ​ທ່ານ ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ ຈີນ ຈະ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອາ​ເມ​ລິ​ກາ ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ​ນີ້ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍດີ ອາ​ເມ​ລິ​ກາ.ກ່າວ​ຄຳ​ເຫັນ​ພາຍຫຼັງ​ສິ້ນ​ສຸດ​ການ​ຖະ​ແຫຼງ​ຂ່​າວ​ກ່ຽວ​ກັບ​ການ​ພົບ​ປະ​ທີ່ຫາກໍ່​ຜ່ານ​ມາ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ​ຢູ່ ​ປັກ​ກິ່ງ, ທ່ານ ຫວາງ​ອີ ​ເນັ້ນ​ໜັກ​ວ່າ: ຈີນ ແລະ ອາ​ເມ​ລິ​ກາ ຕ້ອງ​ປະ​ສາ​ນ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ກະ​ກຽມ​ຢ່າ​ງ​ລະ​ອຽດໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ, ພ້ອມ​ທັງ​ສ້າງ​ບັນ​ຍາ​ກາດອັນ​ສະ​ດວກ​ເພື່ອ​ຊຸກ​ຍູ້​ບັນ​ດ​າ​ໝາກ​ຜົນ​ຂອງ​ກາ​ນ​ຮ່ວມ​ມື​ໃໝ່​ຕື່ມ​ອີກ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ທ່ານ ຫວາງ​ອີ ກໍ່​ປະ​ກາດ “​ວິ​ໄສ​ທັດ​ໃໝ່” ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ເຊິ່ງກ​ານ​ນຳ​ສອງ​ທ່ານ​ບັນ​ລຸ​ໄດ້​ທີ່​ການ​ພົບ​ປະ​ຢູ່​ ປັກ​ກິ່ງ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top