• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ​ຫງວຽນ​ຊວັນ​ຝຸກ: ຍູ້​ແຮງ​ການ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​ສິ​ລະ​ປະ ແລະ ວັດ​ທະ​ນະ​ທຳ​ການ​ທະ​ຫານ​ຫວຽດ​ນາມ

ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອວິທະຍາຄານປ້ອງກັນຊາດ (3/1/1977 – 3/1/2022 ແລະ ມອບຫຼຽນປົກປັກຮັກສາປະເທດຊາດຊັ້ນ 1 ໃຫ້ແກ່ວິທະຍາຄານ.
ປະທານປະເທດຫງວຽນຊວັນຝຸກ ມອບຫຼຽນປົກປັກຮັກສາປະເທດຊາດຊັ້ນ 1 ໃຫ້ແກ່ວິທະຍາຄານປ້ອງກັນຊາດ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ປະທານປະເທດຫງວຽນຊວັນຝຸກ ຊີ້ແຈ້ງວ່າ: ຕໍ່ໜ້າສະພາບການໂລກ ແລະ ພາກພື້ນ, ການກະທົບຂອງໂລກລະບາດໂຄວິດ 19 ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ທາງວິທະຍາຄານຕ້ອງປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານບຳລຸງສ້າງຖັນແຖວພະນັກງານຂັ້ນບັ້ນຮົບ, ຍຸດທະສາດຂອງກອງທັບຢ່າງບໍ່ຢຸດຢັ້ງ, ສ້າງຖັນແຖວພະນັກງານເກັ່ງດ້ານການທະຫານ, ການປ້ອງກັນຊາດ, ມີຄວາມຮູ້ຮອບດ້ານ. ທາງວິທະຍາຄານຕ້ອງຕັ້ງໜ້າຄົ້ນຄ້ວາ, ກຳແໜ້ນສະພາບການ, ຍົກສູງຄວາມສາມາດຄາດຄະເນຍຸດທະສາດ, ເປັນເສນາທິການໃຫ້ອົງຄະນະພັກກນທະຫານສູນກາງ, ກະຊວງປ້ອງກັນປະເທດ ບັນດາບັນຫາໃໝ່ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ ແລະ ພ້ອມແລ້ວທີ່ຈະຕີເອົາຊະນະສົງຄາມຮຸກຮານທຸກຄັ້ງ; ທ່ານປາດຖະໜາວ່າ ທາງວິທະຍາຄານປ້ອງກັນຊາດ ຈະນັບມື້ເຕີບໃຫ່ຍເຂັ້ມແຂງ, ປະກອບສ່ວນກໍ່ສ້າງກອງທັບ ປຊຊ ຫວຽດນາມ ປະຕິວັດ, ຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top