• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ

ສຳລັບບັນດາທ້ອງຖິ່ນ ພວມປະຕິບັດການແຍກຫ່າງໃນສັງຄົມ ແລະ ຕໍ່ເວລາແຍກຫ່າງໃນສັງຄົມ, ນອກຈາກການປະຕິບັດບັນດາຂໍ້ກຳນົດຂອງຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ແລ້ວ ຕ້ອງປະຕິບັດບັນດາຄວາມຮຽກຮ້ອງທາງການແພດ, ສະບຽງອາຫານ, ທັນຍາຫານ, ການບໍລິການທີ່ຈຳເປັນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງປອດໄພ ໃຫ້ແກ່ປະຊາຊົນນັບທັງຢູ່ ຕາແສງ, ບ້ານ, ເທດສະບານ.
ທ່ານນາຍົກລັດຖະມົນຕີ ຊີ້ນຳເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທົ່ວປະເທດ. (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫາກໍ່ສົ່ງໂທລະເລກທາງການໄປຍັງການນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ລັດຖະມົນຕີບັນດາກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ໃນນັ້ນເນັ້ນໜັ້ກວ່າ: ເພື່ອສະກັດກັ້ນ, ຄວບຄຸມ ໂລກລະບາດໂຄວິດ - 19 ໂດຍໄວ, ຮັກສາສຸຂະພາບ, ຊີວິດອິນຊີ ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ຕ້ອງສືບຕໍ່ສຸມໃສ່ການຊີ້ນຳ, ນຳພາ ແລະ ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ເຂັ້ມງວດ ແລະ ມີປະສິດທິຜົນ.

ສຳລັບບັນດາທ້ອງຖິ່ນ ພວມປະຕິບັດການແຍກຫ່າງໃນສັງຄົມ ແລະ ຕໍ່ເວລາແຍກຫ່າງໃນສັງຄົມ, ນອກຈາກການປະຕິບັດບັນດາຂໍ້ກຳນົດຂອງຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ແລ້ວ ຕ້ອງປະຕິບັດບັນດາຄວາມຮຽກຮ້ອງທາງການແພດ, ສະບຽງອາຫານ, ທັນຍາຫານ, ການບໍລິການທີ່ຈຳເປັນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງປອດໄພ ໃຫ້ແກ່ປະຊາຊົນນັບທັງຢູ່ ຕາແສງ, ບ້ານ, ເທດສະບານ. ການນຳຕ້ອງຊີ້ນຳໂດຍກົງ ແລະ ມີຄວາມຮັບຜິດຊອບຕໍ່ໝາກຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນ, ບຸລິມະສິດຢ່າງສູງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຍາດແຍ່ງໄລຍະປະຕິບັດການແຍກຫ່າງໃນສັງຄົມ ເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢ່າງໄວເທົ່າທີ່ຈະໄວໄດ້, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ແຜ່ລະບາດ, ເນັ້ນໜັກເຖິງການປິ່ນປົວຫຼຸດຈຳນວນຜູ້ເສຍຊີວິດລົງ ແມ່ນບຸລິມະສິດແຖວໜ້າ. ບັນດາທ້ອງຖິ່ນກະກຽມຢ່າງຄົບຖ້ວນກ່ຽວກັບຮາກຖານດູແລປິ່ນປົວໃຫ້ແກ່ ຜູ້ຕິດເຊື້ອໂຄວິດ - 19, ຮັບປະກັນການໜູນຊ່ວຍສັງຄົມ ແມ່ນສິ່ງສຳຄັນທີ່ສຸດ. ສືບຕໍ່ຍູ້ແຮງ “ການທູດວັກຊິນ” ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວຽກງານຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ການຜະລິດວັກຊິນ ພາຍໃນປະເທດ, ຈັດຕັ້ງການສັກວັກຊິນໂດຍບໍ່ເສຍຄ່າ, ມີຄວາມປອດໄພ, ທັນການ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top