• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ໄປ​ຢ້ຽມ​ຢາມ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານ​ກິມ​ລຽນ, ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີມິນ ໃນ​ໂອ​ກາດ​ຕົ້ນ​ປີ​ໃໝ່ ປີ​ຊວດ 2020

 ໃນຊຸມວັນຕົ້ນປີໃໝ່ ປີຊວດ 2020, ປະຊາຊົນໃນທຸກແຖບຖິ່ນຂອງປະເທດຊາດເປັນຈຳນວນຫຼວງຫຼາຍ ໄດ້ເດີນທາງໄປຢ້ຽມຢາມເຂດປູສະນີຍະສະຖານກິມລຽນ, ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ເພື່ອທະຫວາຍທູບທຽນ, ດອກໄມ້, ເພື່ອອາໄລຫາຄຸນງາມຄວາມດີອັນໃຫ່ຍຫຼວງຂອງປະທານໂຮ່ຈີມິນ.

(ພາບ: 
ໜັງສືພິມເງະອານ)

ຢູ່ອະນຸສອນສະຖານປະທານໂຮ່ຈີມິນ, ໃນທ່ານກາງບັນຍາກາດທີ່ເຄັ່ງຂຶມ, ໃຜໆກໍ່ລ້ວນແຕ່ໃຫ້ຄຳໝັ້ນສັນຍາຕໍ່ປະທານໂຮ່ຈີມິນວ່າ ຈະພະຍາຍາມສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີສວຍງາມ ຄືດັ່ງຄວາມມຸ້ງມາດປາດຖະໜາຂອງເພິ່ນ.

  ທ່ານຫງວຽນບາວຕວັນ, ຜູ້ອຳນວຍການຄະນະຄຸ້ມຄອງເຂດປູສະນີຍະສະຖານກິມລຽນ ໃຫ້ຮູ້ວ່າ: ຄະນະຄຸ້ມຄອງເຂດປູສະນີຍະສະຖານກິມລຽນ ໄດ້ຈັດສົ່ງບັນດາພະນັກງານຮັບຜິດຊອບແຕ່ລະພາກສ່ວນ, ຜູ້ນຳທ່ຽວທັງໝົດ ເພື່ອຮັບປະກັນວຽກງານຕ້ອນຮັບບັນດາຄະນະມາຢ້ຽມຢາມເຂດປູສະນີຍະສະຖານກິມລຽນ ເປັນຢ່າງດີທີ່ສຸດ.

 (ແຫຼ່ງຄັດຈາກ VOV)
 

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ທ່ານດ່​ວານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງາ​ນ​ໜຸ່ມ​ສາມ​ປະ​ເທດ​ມີ​ຄວາມ​ໝາຍ​ຍາວ​ນານ​ຕໍ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ

Top