• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ ຝ​ຣັ່ງ ໂກ​ໂຟ​ນີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ກ່ຽວ​ກັບ​ການ​ສິດ​ສອນ​ພາ​ສາ ຝ​ຣັ່ງ

ໃນຕອນເຊົ້າຂອງວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ດຳເນີນການພົບປະສົນທະນາກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການສາກົນ ຝລັ່ງ ໂກໂຟນີ.

ໃນຕອນເຊົ້າຂອງວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ດຳເນີນການພົບປະສົນທະນາກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການສາກົນ ຝລັ່ງ ໂກໂຟນີ.

    

ການໂອ້ລົມສົນທະນາລະຫວ່າງປະຊາຄົມ ຝຣັ່ງ ໂກໂຟນີ ແລະ ກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ທີ່ການພົບປະສົນທະນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າແຜນນະໂຍບາຍຂອງຫວຽດນາມ ແມ່ນສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງອົງການສາກົນ ຝລັ່ງ ໂກໂຟນີ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມ ຝລັ່ງ ໂກໂຟນີ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ກໍຍົກອອກບາງຂໍ້ສະເໜີລະອຽດ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດເສດຖະກິດ - ການຄ້າ. ທ່ານລັດຖະມົນຕີສະເໜີໃຫ້ອົງການສາກົນ ຝລັ່ງ ໂກໂຟນີ ໃຫ້ການໜູນຊ່ວຍບຳລຸງສ້າງວິຊາສະເພາະ ແລະ ພາສາ ຝລັ່ງໃຫ້ແກ່ກຳລັງຂອງ ຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ, ພ້ອມທັງສະໜັບສະໜູນການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟະລິກາ (AU).

        ສ່ວນທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການສາກົນ ຝລັ່ງ ໂກໂຟນີ ຢັ້ງຢືນວ່າ ປະຊາຄົມ ຝລັ່ງ ໂກໂຟນີ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ຽວກັບການສິດສອນພາສາ ຝລັ່ງ ແລະ ໃບຢັ້ງຢືນ ພາສາ ຝລັ່ງ, ໜູນຊ່ວຍ ຫວຽດນາມ ກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ, ກໍຄື ຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟະລິກາ, ເພື່ອຜົນປະໂຫຍດຂອງທຸກຝ່າຍ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top