ຂ່າວສານ
ປະຊາຄົມຊາວ ຫວຽດນາມ ຢູ່ຫຼາຍປະເທດຕັ້ງໜ້າອຸດໜູນພໍ່ແມ່ພີ່ນ້ອງຖືກຜົນເສຍຫາຍຈາກພາຍຸ ບົວລອຍ ແລະ ແມດມໍ
ພາຍຸ ບົວລອຍ ແລະ ແມດມໍ ໄດ້ພັດຖະຫຼົ່ມເຂົ້າພາກເໜືອ ແລະ ພາກກາງ ຫວຽດນາມ ໃນຕົ້ນເດືອນ ຕຸລາ ຜ່ານມາຢ່າງຕໍ່ເນື່ອງ ເຮັດໃຫ້ເກີດຝົນຕົກໜັກແກ່ຍາວ, ມີເຮືອນປະຊາຊົນນັບພັນຫຼັງຖືກນ້ຳຖ້ວມ, ດິນເຊາະເຈື່ອນຢ່າງຮ້າຍແຮງ ແລະ ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຕໍ່ໜ້າສະພາບການນີ້, ນ້ຳໃຈສາມັກຄີ ແລະ ເມດຕາປານີຂອງຊາວ ຫວຽດນາມ ຢູ່ທຸກແຖບຖິ່ນໃນໂລກ ໄດ້ກາຍເປັນບ່ອນອີງທາງດ້ານຈິດໃຈຢ່າງໃຫຍ່ຫຼວງ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜ່ານຜ່າຄວາມຫຍຸ້ງຍາກ.
ຢູ່ລາວ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນລະຫວ່າງວັນທີ 10 – 11 ຕຸລາ, ຄະນະພັກ, ສະຖານທູດ ຫວຽດນາມ ປະຈຳ ລາວ ຂົນຂວາຍເງິນຊ່ວຍເຫຼືອໄດ້ 730 ລ້ານດົ່ງ (29.796 USD). ໃນຂະນະນັ້ນ, ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກ ລະດົມໄດ້ຈຳນວນເງິນ 1,6 ຕື້ດົ່ງ (61.224 USD). ບັນດາສະມາຄົມຊາວ ຫວຽດນາມ ຢູ່ຫຼາຍປະເທດກໍໄດ້ປຸກລະດົມບັ້ນການບໍລິຈາກເງິນອຸດໜູນ ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ ແລະ ແມດມໍ ກໍ່ຂຶ້ນ.