• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ ແລະ ລັດ

ໃນໄລຍະ 5 ປີຜ່ານມາ, ການປະຕິບັດຄຳສັ່ງເລກທີ 5 ໄດ້ຫັນບັນດາໜ້າທີ່, ໂຄງການດຳເນີນງານເປັນລະອຽດ, ນັບມື້ນັບເຂົ້າສູ່ລວງເລິກແທດຈິງ, ພວມຄ່ອຍໆກາຍເປັນວຽກງານປະຈຳ, ເປັນແບບແຜນ ແລະ ເປັນວິຖີຊີວິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ເຮັດໃຫ້ມີການປ່ຽນແປງຢ່າງຕັ້ງໜ້າຫຼາຍຢ່າງ; ຊ່ວຍປະຕິບັດບັນດາໜ້າທີ່ເສດຖະກິດ - ສັງຄົມ, ປົກປັກຮັກສາປະເທດຊາດ ຢ່າງມີໄຊ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ ແລະ ຮອບດ້ານພໍສົມຄວນ, ສ້າງຂີດໝາຍອັນພົ້ນເດັ່ນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ. 
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 12 ມິຖຸນາ, ຄະນະເລຂາສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍທົ່ວປະເທດ ສະຫຼຸບ 5 ປີ ແຫ່ງການປະຕິບັດຄຳສັ່ງເລກທີ 5 ຂອງກົມການເມືອງຊຸດທີ XII ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບົດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເວືອງ ດິ່ງເຫວ້ ແລະ ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ.
ການນຳພັກ, ລັດ, ລັດຖະບານ ພ້ອມດ້ວຍຄະນະຜູ້ແທນ ຢ້ຽມຊົມງານວາງສະແດງຢູ່ ນອກກອງປະຊຸມ (ພາບ: TTXVN)

ໃນໄລຍະ 5 ປີຜ່ານມາ, ການປະຕິບັດຄຳສັ່ງເລກທີ 5 ໄດ້ຫັນບັນດາໜ້າທີ່, ໂຄງການດຳເນີນງານເປັນລະອຽດ, ນັບມື້ນັບເຂົ້າສູ່ລວງເລິກແທດຈິງ, ພວມຄ່ອຍໆກາຍເປັນວຽກງານປະຈຳ, ເປັນແບບແຜນ ແລະ ເປັນວິຖີຊີວິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ເຮັດໃຫ້ມີການປ່ຽນແປງຢ່າງຕັ້ງໜ້າຫຼາຍຢ່າງ; ຊ່ວຍປະຕິບັດບັນດາໜ້າທີ່ເສດຖະກິດ - ສັງຄົມ, ປົກປັກຮັກສາປະເທດຊາດ ຢ່າງມີໄຊ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ ແລະ ຮອບດ້ານພໍສົມຄວນ, ສ້າງຂີດໝາຍອັນພົ້ນເດັ່ນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກວ່າ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນຊັບສົມບັດອັນລ້ຳຄ່າຂອງພັກ ແລະ ປະຊາຊົນ ຫວຽດນາມ, ເປັນການເຍືອງທາງໃຫ້ແກ່ພາລະກິດປະຕິວັດ, ນຳພາທຸກບາດກ້າວເດີນ ແລະ ໄຊຊະນະຂອງການປະຕິວັດ ຫວຽດນາມ. ດັ່ງນັ້ນ, ທ່ານສະເໜີວ່າ, ການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນວຽກງານທີ່ຈຳເປັນ, ແມ່ນໜ້າທີ່ສຳຄັນທີ່ສຸດ, ເປັນປະຈຳ ແລະ ບໍ່ອາດຂາດໄດ້ໃນທົ່ວພັກ, ທົ່ວປວງຊົນ, ກ່ອນອື່ນໝົດແມ່ນບັນດາອົງການຈັດຕັ້ງພັກ, ລັດ ແລະ ພະນັກງານ, ສະມາຊິກພັກ ໃນການຝຶກຝົນຫຼໍ່ຫຼອມ, ອຸທິດສ່ວນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. 

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top