• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຢັດໄດ້ເງິນກ່ວາ 2000 ຕື້ດົ່ງ ຈາກການສັບຊ້ອນບັນດາອົງການປົກຄອງຂັ້ນເມືອງ, ຂັ້ນຕາແສງ

ຕາມນັ້ນແລ້ວ, 3 ປີຜ່ານມາ, ຫວຽດນາມ ຫຼຸດຈຳນວນອົງການປົກຄອງຂັ້ນຕາແສງລົງໄດ້ກ່ວາ 3.400 ອົງການ ແລະ ອົງການຂັ້ນເມືອງ 429 ອົງການ, ຫຼຸດຈຳນວນພະນັກງານ, ລັດຖະກອນຂັ້ນເມືອງລົງກ່ວາ 700 ຄົນ, ລັດຖະກອນຂັ້ນຕາແສງ ເກືອບ 9.700 ຄົນ ແລະ ຜູ້ເຮັດວຽກບໍ່ມີວິຊາການຢູ່ຂັ້ນຕາແສງ 8.448 ຄົນ.

  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: ສະພາແຫ່ງຊາດ ຫວຽດນາມ)  

 ໂດຍສືບຕໍ່ລາຍການກອງປະຊຸມທີ 9, ວັນທີ 14 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງ 2 ຄະນະຕິດຕາມກວດກາຫົວເລື່ອງສະເພາະລາຍງານໝາກຜົນເບື້ອງຕົນກ່ຽວກັບ “ການປະຕິບັດບັນດາພັນທະຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການສັບຊ້ອນບັນດາອົງການປົກຄອງຂັ້ນເມືອງ, ຂັ້ນແຂວງໃນໄລຍະ 2019 - 2021” ແລະ “ປະຕິບັດກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ນັບແຕ່ວັນທີ 1 ກໍລະກົດ ປີ 2016 ຫາວັນທີ 1 ກໍລະກົດ ປີ 2021”.

ຕາມນັ້ນແລ້ວ, 3 ປີຜ່ານມາ, ຫວຽດນາມ ຫຼຸດຈຳນວນອົງການປົກຄອງຂັ້ນຕາແສງລົງໄດ້ກ່ວາ 3.400 ອົງການ ແລະ ອົງການຂັ້ນເມືອງ 429 ອົງການ, ຫຼຸດຈຳນວນພະນັກງານ, ລັດຖະກອນຂັ້ນເມືອງລົງກ່ວາ 700 ຄົນ, ລັດຖະກອນຂັ້ນຕາແສງ ເກືອບ 9.700 ຄົນ ແລະ ຜູ້ເຮັດວຽກບໍ່ມີວິຊາການຢູ່ຂັ້ນຕາແສງ 8.448 ຄົນ. ໄລຍະ 2019 – 2021 ໄດ້ປະຢັດເງິນກ່ວາ 2.000 ຕື້ດົ່ງ, ຜ່ານນັ້ນ ໄດ້ແຫຼ່ງກຳລັງລົງທຶນຕື່ມເພື່ອພັດທະນາເສດຖະກິດ - ສັງຄົມ, ປະຕິບັດຍຸດທະສາດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງຊົນນະບົດໃໝ່, ປະກອບສ່ວນປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມຢ່າງຄົບຊຸດ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top