• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ Donald Trump ມາເຖິງ ຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ

ວັນທີ 26 ກຸມພາ 2019, ທ່ານປະທານາທິບໍດີ Donald Trump ມາເຖິງສະໜາມບິນສາກົນ ໂນ້ຍບ່າຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ກັບທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ແລະ ມີບັນດາການເຄື່ອງໄຫວສອງຝ່າຍກັບ ຫວຽດນາມ.

ພິທີຕ້ອນຮັບທ່ານປະທານາທິບໍດີ Donald Trump ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ຈ້ອງດຶກ/VNA

ຕ້ອນຮັບທ່ານປະທານາທິບໍດີ Donald Trump ຢູ່ສະໜາມບິນສາກົນ ໂນ້ຍບ່າຍ ລວມມີ: ທ່ານ ມາຍຕຽນຢຸງ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ຜູ້ປະຈຳການ ກະຊວງການຕ່າງປະເທດ; ທ່ານ ຫງວຽນດຶກຈຸງ, ກຳມະການສູນກາງພັກ, ປະທານຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ; ພົນໂທ ບຸ່ຍວັນນາມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ; ທ່ານ ຈຸວັນອຽມ, ຮອງຫົວໜ້າຫ້ອງວ່າການປະທານປະເທດ; ທ່ານ ຮ່າກິມຫງອກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ອາເມລິກາ.
 

ໃນການມາເຮັດວຽກຢູ່ ຫວຽດນາມ ຮອດວັນທີ 28 ກຸມພາ, ທ່ານປະທານາທິບໍດີ Donald Trump ຈະມີບັນດາການພົບປະສອງຝ່າຍກັບການນຳຂັ້ນສູງຂອງ ຫວຽດນາມ. ນີ້ແມ່ນເທື່ອທີ 2, ທ່ານປະທານາທິບໍດີ Donald Trump ໄດ້ມາ ຫວຽດນາມ.​ ເດືອນພະຈິກ 2017, ທ່ານປະທານາທິບໍດີ Donald Trump ໄດ້ທຳການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ເຊິ່ງໄດ້ຈັດຕັ້ງຢູ່ ດ່າໜັງ.

ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍ ແລະ ສອງຝ່າຍຂອງທ່ານປະທານາທິບໍດີ Donald Trump ຢູ່ ຮ່າໂນ້ຍ ຈະມີທ່ານ Mike Pompeo, ລັດຖະມົນຕີກະຊວງການຕ່າງປະເທດ ສ ອາເມລິກາ ແລະ ທ່ານ Mick Mulvaney, ຫົວ​ໜ້າ​ຫ້ອງ​​ການ​ຄຸ້ມ​ຄອງ​ ແລະ​ ງົບ​ປະ​ມານ​ທຳ​ນຽບ​ຂາວ.

ປະຕິບັດໂດຍ: VNA/VNP

 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top