• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອິຢິບ ແລະ ຕວັກກີ ໄດ້ຮັບການເຊີນເຂົ້າຮ່ວມສະພາສັນຕິພາບສຳລັບ ກາຊາ

ລັດຖະມົນຕີການຕ່າງປະເທດ ອີຢິບ ແຈ້ງໃຫ້ຊາບວ່າ ປະເທດນີ້ພວມພິຈາລະນາຄຳເຊີນເຂົ້າຮ່ວມສະພາສັນຕິພາບ ກາຊາ
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບ: REUTERS)

ວັນທີ 17 ມັງກອນ, ສື່ມວນຊົນ ອີຢິບ ແລະ ຕວັກກີ ຢັ້ງຢືນວ່າ ການນຳ 2 ປະເທດນີ້ໄດ້ຮັບຄຳເຊີນຈາກທ່ານ Donald Trump, ປະທານາທິບໍດີ ອາເມລິກາ ເຂົ້າຮ່ວມສະພາສັນຕິພາບ ກາຊາ, ກົນໄກຕິດຕາມກວດກາວຽກງານບໍລິຫານເຂດ ກາຊາ ໄລຍະຫຼັງການປະທະກັນ ແລະ ສ້າງສາຄືນໃໝ່.

ວັນທີ 17 ມັງກອນ, ທ່ານ Badr Abdelatty, ລັດຖະມົນຕີການຕ່າງປະເທດ ອີຢິບ ແຈ້ງໃຫ້ຊາບວ່າ ປະເທດນີ້ພວມພິຈາລະນາຄຳເຊີນເຂົ້າຮ່ວມສະພາສັນຕິພາບ ກາຊາ ທີ່ທ່ານປະທານາທິບໍດີ Donald Trump ຫາກໍ່ສົ່ງຈົດໝາຍເຖິງທ່ານ Abdel Fattah el-Sisi, ປະທານາທິບໍດີ ອີຢິບ. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຜີຍຈຸດເວລາປະເທດນີ້ຈະໃຫ້ຄຳຕອບຕໍ່ກັບຂໍ້ສະເໜີຂອງປະທານາທິບໍດີ ອາເມລິກາ.

ໃນວັນດຽວກັນ, ສື່ມວນຊົນແຫ່ງລັດ ຕວັກກີ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ເຊີນທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ ເຂົ້າຮ່ວມສະພາສັນຕິພາບ ກາຊາ ດ້ວຍຖານະເປັນສະມາຂິກຜູ້ສ້າງຕັ້ງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ອວຍພອນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ດັກລັກ

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ອວຍພອນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ດັກລັກ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບັນດາບັນຫາໃຫຍ່ທີ່ທ້ອງຖິ່ນຕ້ອງເອົາໃຈໃສ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ

Top