• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ Joe Biden ຈະ​ມາຢ້ຽມຢາມ ຫວຽດນາມ

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຈະເຮັດໃຫ້ການພົວພັນ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ.
  ປະທານາທິບໍດີ Joe Biden ທີ່ທຳນຽບຂາວ ວໍຊິງຕັນ ດີຊ. ພາບ: ເອກະສານ AP/TTXVN  
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ, ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 10 – 11 ກັນຍາ. ໃນແຈ້ງການອອກວັນທີ 29 ສິງຫາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຈະເຮັດໃຫ້ການພົວພັນ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ, ນຳການພົວພັນລະຫວ່າງສອງປະເທດພັດທະນາເປັນປົກກະຕິ, ແທດຈິງ ແລະ ຍາວນານໃນທຸກຂົງເຂດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນກໍ່ຄືຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 33 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ.

Top