• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ລັດເຊຍ - ອາເມລິກາ ອອກຖະແຫຼງການຮ່ວມ ຍົກໃຫ້ເຫັນຢ່າງຈະແຈ້ງ ເນື້ອໃນຈິດໃຈ “ການພົບປະແມ່ນ້ຳ Elbe” 75 ປີກ່ອນນີ້

      ວັນທີ 25 ເມສາ, ທ່ານ ປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານ Donald Trump ຄູ່ຮ່ວມຕຳແໜ່ງອາເມລິກາ ໄດ້ອອກຖະແຫຼງການຮ່ວມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງການພົບປະຄັ້ງປະຫວັດສາດລະຫວ່າງກອງທັບໂຊວຽດ ແລະ ກອງທັບອາເມລິກາຢູ່ແມ່ນ້ຳ Elbe, ປະເທດ ເຢຍລະມັນ ໃນສົງຄາມໂລກຄັ້ງທີ 2.

ທ່ານ ປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: AFP/TTXVN)
            ຕາມຖະແຫຼງການແລ້ວ, ເນື້ອໃນຈິດໃຈຂອງການພົບປະກັນຢູ່ແມ່ນ້ຳ Elbe ແມ່ນແບບຢ່າງທີ່ດີກ່ຽວກັບວິທີການ ສອງປະເທດສາມາດລົບລ້າງບັນດາຄວາມບໍ່ລົງລອຍກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືກັນເພື່ອ ເດີນຕາມເປົ້າໝາຍທີ່ຍິ່ງໃຫຍ່ກ່ວາອີກ.
             ການນຳສອງປະເທດ ລັດເຊຍ ແລະ ອາເມລິກາ ໄດ້ຍົກອອກຖະແຫຼງການຮ່ວມ ທີ່ຫາຍາກໃນສະພາບການພົວພັນລະຫວ່າງມົດສະກູ ແລະ ວໍຊິງຕັນ ພວມຄັ່ງຕຶງໃນໄລຍະຜ່ານມາ ເຊິ່ງກ່ຽວຂ້ອງເຖິງບັນຫາ ຢູແກຼນ ແລະ ຊີຣີ, ການຄຸ້ມຄອງອາວຸດຕະຫຼອດຮອດການກ່າວຫາລັດເຊຍວ່າ ໄດ້ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາໃນປີ 2016. ກ່ອນໜ້ານັ້ນ, ທ່ານ Trump ໄດ້ສະແດງຄວາມຫວັງຢາກໄປມົດສະດູ ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງເຫດການປະຫວັດສາດນີ້ ພ້ອມທັງຢາກຊຸກຍູ້ການຮ່ວມມືກັບ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top