ວັນທີ 05 ມີນາ, ຢູ່ນະຄອນຫຼວງ Tunis, ປະເທດ ຕຸຍນີຊີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ, ທັງຮັບຜິດຊອບໜ້າທີ່ຢູ່ ຕຸຍນີຊີ ຫງວຽນຮຸຍຢຸງ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຂຶ້ນຕໍ່ທ່ານປະທານາທິບໍດີ ຕຸຍນີຊີ Kais Saied.
ທີ່ພິທີ, ທ່ານປະທານາທິບໍດີ Kais Saied ໄດ້ທົບທ້ວນຄືນມູນເຊື້ອການພົວພັນອັນດີງາມລະຫວ່າງ 2 ປະເທດ, ກໍຄືສາຍພົວພັນທີ່ໃກ້ຊິດສະໜິດສະໜົມລະຫວ່າງທ່ານປະທານາທິບໍດີ Habib Bourguiba ແລະ ປະທານ ໂຮ່ຈີມິນ. ທ່ານປະທານາທິບໍດີ Kais Saied ສະແດງຄວາມປະທັບໃຈຕໍ່ບັນດາຜົນງານດ້ານເສດຖະກິດ - ສັງຄົມເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດ ອາຊີ ທີ່ພົ້ນເດັ່ນ. ທ່ານປາດຖະໜາວ່າ, 2 ປະເທດຊຸກຍູ້ການພົວພັນ 2 ຝ່າຍ, ເພີ່ມທະວີການຢ້ຽມຢາມເຊິ່ງກັນແລະກັນຂອງຄະນະຜູ້ແທນທຸກຂັ້ນໃນໄລຍະຈະມາເຖິງ.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານປະທານປະເທດ ຫວໍ້ວັງເຖືອງ ເຖິງທ່ານປະທານາທິບໍດີ Kais Saied; ທ່ານຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນບັນດາບາດກ້າວພັດທະນາໃໝ່ໃນການພົວພັນຂອງ 2 ປະເທດ.