ທ່ານປະທານາທິບໍດີ Kais Saied ສະແດງຄວາມປະທັບໃຈຕໍ່ບັນດາຜົນງານດ້ານເສດຖະກິດ - ສັງຄົມເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.
ທ່ານປະທານາທິບໍດີ Kais Saied ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ
ວັນທີ 05 ມີນາ, ຢູ່ນະຄອນຫຼວງ Tunis, ປະເທດ ຕຸຍນີຊີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ, ທັງຮັບຜິດຊອບໜ້າທີ່ຢູ່ ຕຸຍນີຊີ ຫງວຽນຮຸຍຢຸງ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຂຶ້ນຕໍ່ທ່ານປະທານາທິບໍດີ ຕຸຍນີຊີ Kais Saied.
ທີ່ພິທີ, ທ່ານປະທານາທິບໍດີ Kais Saied ໄດ້ທົບທ້ວນຄືນມູນເຊື້ອການພົວພັນອັນດີງາມລະຫວ່າງ 2 ປະເທດ, ກໍຄືສາຍພົວພັນທີ່ໃກ້ຊິດສະໜິດສະໜົມລະຫວ່າງທ່ານປະທານາທິບໍດີ Habib Bourguiba ແລະ ປະທານ ໂຮ່ຈີມິນ. ທ່ານປະທານາທິບໍດີ Kais Saied ສະແດງຄວາມປະທັບໃຈຕໍ່ບັນດາຜົນງານດ້ານເສດຖະກິດ - ສັງຄົມເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດ ອາຊີ ທີ່ພົ້ນເດັ່ນ. ທ່ານປາດຖະໜາວ່າ, 2 ປະເທດຊຸກຍູ້ການພົວພັນ 2 ຝ່າຍ, ເພີ່ມທະວີການຢ້ຽມຢາມເຊິ່ງກັນແລະກັນຂອງຄະນະຜູ້ແທນທຸກຂັ້ນໃນໄລຍະຈະມາເຖິງ.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານປະທານປະເທດ ຫວໍ້ວັງເຖືອງ ເຖິງທ່ານປະທານາທິບໍດີ Kais Saied; ທ່ານຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນບັນດາບາດກ້າວພັດທະນາໃໝ່ໃນການພົວພັນຂອງ 2 ປະເທດ.