• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ: ເຮົ້າຢາງ ຕ້ອງປະກາດໃຊ້ແຜນຜັງແຂວງໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍໄວ

ແຂວງ ເຮົ້າຢາງ ຈົ່ງສຳຫຼວດກວດກາເປົ້າໝາຍ, ໂຄງການເພືື່ອຮັກສາລະດັບການເຕີບໂຕ, ເອົາໃຈໃສ່ການຫັນປ່ຽນໂຄງປະກອບແຮງງານ, ເພີ່ມກຳລັງແຮງງານຄຸນນະພາບສູງ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງເຮັດວຽກກັບການນຳຄະນະພັກແຂວງ ເຮົ້າຢາງ

ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 10 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງເຮັດວຽກກັບການນຳຄະນະພັກແຂວງ ເຮົ້າຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ສະເໜີວ່າ: ແຂວງ ເຮົ້າຢາງ ຈົ່ງສຳຫຼວດກວດກາເປົ້າໝາຍ, ໂຄງການເພືື່ອຮັກສາລະດັບການເຕີບໂຕ, ເອົາໃຈໃສ່ການຫັນປ່ຽນໂຄງປະກອບແຮງງານ, ເພີ່ມກຳລັງແຮງງານຄຸນນະພາບສູງ, ມີມາດຖານເລືອກເຟັ້ນບັນດານັກລົງທຶນເພື່ອເພີ່ມທະວີອຸດສາຫະກຳປຸງແຕ່ງໃນລະບົບມູນຄ່າ; ພັດທະນາອຸດສາຫະກຳທັນສະໄໝ, ຕົວເມືອງອັດສະລິຍະ.ກ່ຽວກັບດ້ານຄົມມະນາຄົມ, ຄວນສຸມໃສ່ບັນດາໂຄງການຈຸດສຸມ, ຍາດແຍ່ງເອົາທ່າໄດ້ປຽບຈາກເສັ້ນທາງດ່ວນ ເພື່ອພັດທະນາ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າສະເໜີໃຫ້ແຂວງ ເຮົ້າຢາງ ພະຍາຍາມ, ໃນປີນີ້ຕ້ອງປະກາດໃຊ້ແຜນຜັງແຂວງໄລຍະ 2021  2030, ວິໄສທັດຮອດປີ 2050. ແຜນຜັງຕ້ອງສຳເລັດໄວກ່ວາບາດກ້າວໜຶ່ງ, ຈາກນັ້ນ, ຈຶ່ງຄິດໄລ່ຄືນໂຄງປະກອບກ່ຽວກັບແຫຼ່ງທີ່ດິນອຸດສາຫະກຳ. ຖ້າຈຳເປັນ, ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ດັດປັບເນື້ອທີ່ດິນເຂດເສດຖະກິດ ແລະ ທີ່ດິນຂອງເຂດອຸດສາຫະກຳເພື່ອນຳໃຊ້ສາກ່ອນ”.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top