• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ

ໂດຍສືບຕໍ່ການຢ້ຽມຢາມບັນດາແຂວງພາກກາງ, ໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນ ເຫວ້, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບການນຳແຂວງ ເທື່ອທຽນເຫ້ວ ກ່ຽວກັບການກໍ່ສ້າງ ແລະ ພັດທະນາຂອງແຂວງຮອດທ້າຍປີ 2030. ວິໄສທັດເຖິງ 2045; ທົດລອງບາງກົນໄກ ແລະ ນະໂຍບາຍສະເພາະໃຫ້ແກ່ການພັດທະນາຂອງແຂວງເທື່ອທຽນເຫ້ວ.
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດຮຽກຮ້ອງໃຫ້ແຂວງຍົກສູງປະສິດທິຜົນການຄຸ້ມຄອງ, ຂຸດຄົ້ນ, ລະດົມ, ການຈັດສັນ ແລະ ນຳໃຊ້ແຫຼ່ງກຳລັງຂອງພື້ນຖານເສດຖະກິດ ບົນພື້ນຖານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກເມືອງຫຼວງເກົ່າ ແລະ ສີສັນວັດທະນະທຳຂອງເຫ້ວ; ຮອດປີ 2030 ຈະກາຍເປັນເມືອງມໍລະດົກພິເສດສະເພາະຂອງຫວຽດນາມ, ແມ່ນຕົວເມືອງແກ່ນສານລະດັບເຂດ ແລະ ອະນຸເຂດ, ເປັນສູນກາງໃຫຍ່ ແລະ ເປັນເອກະລັກສະເພາະຂອງອາຊີຕາເວັນອອກສຽງໃຕ້ໃນດ້ານວັດທະນະທຳ, ການທ່ອງທ່ຽວ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເທື່ອທຽນ - ເຫວ້ (ພາບ:dangcongsan.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫາຍເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2023), ຕອນບ່າຍວັນທີ 15 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປຖະຫວາຍດອກໄມ້, ທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນເຫວ້ (ຕາແສງ ອານເຕີນ, ນະຄອນ ເຫວ້, ແຂວງ ເທືື່ອທຽນ ເຫວ້); ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ທ້ອງຖິ່ນ.

ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ເຫວ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານໄດ້ອາໄລຫານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຫຼາຍກ່ວາ 2.000 ຄົນ, ເຊິ່ງເປັນບັນດາລູກຮັກທີ່ດີເດັ່ນຂອງປະເທດຊາດໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານປະທານສະພາແຫ່ງຊາດໝັ້ນໝາຍຈະສືບທອດມູນເຊື້ອອັນສະຫງ່າລາສີ, ພາລະກິດການປະຕິວັດທີ່ຍິ່ງໃຫຍ່ຂອງພັກ ແລະ ຂອງຊາດ; ຊອກຫາເພື່ອປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ເຂັ້ມແຂງ, ຈະເລີນຮຸ່ງເຮືອງຄືດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົາໝາຍນະໂຍບາຍໃນບໍລິເວນທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top