• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບການນຳແຂວງ ຊອັກຈັງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ແຂວງ ຊອັກຈັງ ຄວນຂຸດຄົ້ນທ່າແຮງກ່ຽວກັບທີ່ຕັ້ງຍຸດທະສາດເຂດແຄມທະເລທີ່ສຳຄັນ ແລະ ພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດຢ່າງມີປະສິດທິຜົນ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ກອງປະຊຸມ

ໃນການປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 9 ຕຸລາ, ຢູ່ແຂວງ ຊອັກຈັງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຮັດວຽກກັບການນຳແຂວງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ແຂວງ ຊອັກຈັງ ຄວນຂຸດຄົ້ນທ່າແຮງກ່ຽວກັບທີ່ຕັ້ງຍຸດທະສາດເຂດແຄມທະເລທີ່ສຳຄັນ ແລະ ພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດຢ່າງມີປະສິດທິຜົນ, ເພື່ອກໍ່ສ້າງ ແຂວງ ຊອັກຈັງ ກາຍເປັນປະຕູໃຫຍ່ໄຂອອກສູ່ທະເລຕາເວັນອອກ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ແມ່ນສູນກາງປະສານງານຂອງເຂດໃນຂົງເຂດກະສິກຳ, ອຸດສາຫະກຳ, ການບໍລິການ, logistics, ບັນດາໂຄງການພະລັງງານດ້ວຍຈຸດສຸມແມ່ນທ່າກ່ຳປັ່ນຢູ່ນອກປາກທະເລ ເຈິ່ນເດ່.

ທ່ານປະທານສະພາແຫ່ງຊາດ ຖືວ່າ: ບັນຫາໃຫຍ່ຂອງ ຊອັກຈັງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເສັ້ນທາງຄົມມະນາຄົມເຊື່ອມຕໍ່, ເມື່ອມີການເຊື່ອມຕໍ່ຈະສ້າງກຳລັງໜູນໃຫ້ແກ່ທ້ອງຖິ່ນ. ດັ່ງນັ້ນ, ແຂວງ ຊອກຈັງ ສືບຕໍ່ຍູ້ໄວວິວັດການຫັນເປັນຕົວເມືອງ, ຮັບປະກັນການເຊື່ອມຕໍ່ລະຫວ່າງບັນດາຕົວເມືອງເປັນກຳລັງໜູນກັບບັນດາເຂດ, ກຸ່ມອຸດສາຫະກຳ ແລະ ການບໍລິການ…

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top