• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມ ສ.ກຸຍບາ ຢ່າງເປັນທາງການ

ຄາດວ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະດຳເນີນການພົບປະເຈລະຈາກັບການນຳຂັ້ນສູງຂອງ ພັກ, ລັດ ກຸຍບາ; ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.
  (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຮອດສະໜາມບິນ Jose Marti)  

ຕອນບ່າຍວັນທີ 18 ເມສາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດສະໜາມບິນ Jose Marti, ນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມ ສ.ກຸຍບາ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez. ຕ້ອນຮັບຄະນະຜູ້ແທນ ຫວຽດນາມ ມີ: ທ່ານຮອງປະທານສະພາແຫ່ງຊາດ ກຸຍບາ Ana María Mari Machado; ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ Emilio Lozada Garcia; ທ່ານຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຸຍບາ Yolanda Ferrer Gomez…

ຄາດວ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະດຳເນີນການພົບປະເຈລະຈາກັບການນຳຂັ້ນສູງຂອງ ພັກ, ລັດ ກຸຍບາ; ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ; ເຂົ້າຮ່ວມກອງປະຊຸມພິເສດຂອງສະພາແຫ່ງຊາດ ກຸຍບາ ຊຸດທີ X, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 62 ປີແຫ່ງວັນໄຊຊະນະ Giron; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ກຸຍບາ; ຢ້ຽມຢາມສະຖານທູດ ຫວຽດນາມ, ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ກຸຍບາ… ທ່ານປະທານສະພາແຫ່ງຊາດກໍ່ຈະເປັນສັກຂີພິຍານພິທີມອບ-ຮັບຂໍ້ຕົກລົງຮ່ວມມືຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ເຂົ້າຮ່ວມບາງການເຄື່ອນໄຫວດ້ານເສດຖະກິດ, ວັດທະນະທຳ, ການສຶກສາ…

ການຢ້ຽມຢາມເພື່ອຢືນຢັນຄືນໃໝ່ເລື່ອງ ຍາມໃດ ຫວຽດນາມ ກໍຖືເປັນສຳຄັນການປັບປຸງ, ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບເປັນມູນເຊື້ອ, ສັດຊື່ບໍລິສຸດ ຫວຽດນາມ - ກຸຍບາ; ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ແລະ ການຮ່ວມມືໃນຂົງເຂດເຊິ່ງ 2 ຝ່າຍຕ່າງກໍ່ມີທ່າແຮງ ແລະ ມີຄວາມຕ້ອງການ.

 

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top