• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ກົດໝາຍຕ້ອງໄປທັນກັບການດຳລົງຊີວິດ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີໃຫ້ສະມາຊິກສະພາແຫ່ງຊາດສຸມໃສ່ບັນດານະໂຍບາຍທີ່ຍັງມີຄວາມເຫັນແຕກຕ່າງກັນ, ບັນດາບັນຫາທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງປະຊາຊົນ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ. (ພາບ: VNA)

ກົດໝາຍທີ່ດີຕ້ອງ “ມີນະໂຍບາຍທີ່ແນ່ນອນ, ​ມີ​ຂັ້ນ​ຕອນເຂັ້ມງວດ, ລະບົບ​ເປັນ​ເອ​ກະ​ພາບ, ​ການ​ປະ​ຕິ​ບັດ​ລຸ​ລ່​ວງ”. ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ຍົກ​ອອກ​ມາ​ທີ່​ວາ​ລະ​ໄຂກອງປະຊຸມສະມາຊິກສະພາແຫ່ງຊາດ​ສະ​ເພາະ​ກິດ​ຄັ້ງ​ທີ 1, ຊຸດ​ທີ 16, ຈັດຂຶ້ນໃນຕອນເຊົ້າວັນ​ທີ 28 ກັນຍາ, ຢູ່​ຫໍສະພາແຫ່ງຊາດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ ເຈິ່ນ​ແທັງ​ເໝີ້ນ, ສະ​ເໜ​ີ​ໃຫ້​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດສຸມ​ໃສ່​ບັນ​ດາ​ນະ​ໂຍບາຍທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ບັນດາ​ບັນຫາ​ທີ່​ສົ່ງ​ຜົນ​ສະທ້ອນ​​ຢ່າງ​ໃຫຍ່​ຫຼວງເຖິງ​ປະຊາຊົນ ​ແລະ ວ​ິ​ສາ​ຫະ​ກິດ, ບັນດາ​ກົນ​ໄກ​ໃໝ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຫຼື ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ທົດ​ສອບ​ຢ່າງ​ຄົບ​ຖ້ວນ.

“ຕ້ອງສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ພາບ​ຈິນ​ຕະ​ນາ​ການ​ນິ​ຕິ​ບັນ​ຍັດ​ໃໝ່. ກົດໝາຍ​ຕ້ອງສຸມໃສ່ບັນຫາ​ຂຶ້​ນ​ກັບ​ສິດ​ອຳນາດຂອງ​ສະ​ພາ​ແຫ່ງ​ຊາດ, ມີລັກສະນະເປັນຫຼັກການ, ມີ​ສະ​ຖຽ​ນ​ລະ​ພາບ. ​ບັນ​ດາບັນຫາທີ່ກ່ຽວຂ້ອງກັບສິດທິມະນຸດ, ສິດ​ທິ​ພົນ​ລະ​ເມືອງ, ເງື່ອນໄຂ​ດຳ​ເນີນທຸລະກິດ, ການຈັດ​ແບ່ງ​ແຫຼ່ງ​ກຳລັງ, ການຈັດຕັ້ງສິດອຳນາດ, ແລະ ຄວາມຮັບຜິດຊອບຂອງອົງການຂອງລັດ ຕ້ອງໄດ້ກຳນົດໄວ້ໃນກົດໝາຍ ຢ່າງລະອຽດ. ກົດໝາຍຕ້ອງ​ໄປ​ທັນກັບການດຳລົງຊີວິດ​, ແຕ່ບໍ່​ໝາຍ​ຄວາມ​ວ່າ​ໄປ​ທັນ​ກັບການດຳລົງ​ຊີ​ວິດ​​ດ້ວຍ​ວິທີການ​ດັດ​ປັບ​ກົດ​ໝາຍ​ຢ່າງ​ຕໍ່​ເນື່ອງ”.

ໃນ 2 ມື້ທີ່ຈັດ​ກອງ​ປະ​ຊຸມ (ວັນທີ 28 ແລະ 29 ກັນຍາ), ​ບັນ​ດາ​ສະ​ມາ​ຊິກສະພາແຫ່ງຊາດ​ເຄື່ອນ​ໄຫວ​ສະ​ເພາະ​ກິດ ໄດ້ປຶກສາຫາລື, ປະ​ກອບ​ຄຳເຫັນ​ໃສ່ຮ່າງກົດໝາຍສຳຄັນ 17 ສະບັບເຊິ່ງຄາດວ່າ ຈະຍື່ນຕໍ່ສະພາແຫ່ງຊາດທີ່ກອງປະຊຸມ​ເທື່ອ​ທີ 2, ຂຶ້​ນ​ກັບ​ບັນ​ດາຂົງເຂດເສດຖະກິດ, ການເງິນ; ຂົງ​ເຂດວິທະຍາສາດ, ເຕັກໂນໂລຊີ, ສິ່ງແວດລ້ອມ; ຂົ​ງ​ເຂດບໍລິຫານ, ຍຸຕິທຳ; ຂົງ​ເຂດວັດທະນະທຳ, ສັງຄົມ.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top