• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ: ຮ່າງກົດໝາຍວ່າດ້ວຍສານປະຊາຊົນ(ສະບັບປັບປຸງ)ຕ້ອງຮັບປະກັນຕາມຂໍ້ກຳນົດຂອງລັດຖະທຳມະນູນ

ຕອນເຊົ້າວັນທີ 19 ສິງຫາ ຢູ່ ສຳນັກງານສານປະຊາຊົນສູງສຸດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານວາລະປະຊຸມການນຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສານປະຊາຊົນສູງສຸດ (ສະບັບປັບປຸງ)
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: Doãn Tấn/TTXVN  

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ: ການປະຕິຮູບຕຸລາການ ແມ່ນຫນຶ່ງໃນບັນດາເສົາຄ້ຳຂອງເລື່ອງສ້າງລັດແຫ່ງອຳນາດກົດໝາຍໃຫ້ສົມບູນແບບ ເພາະສະນັ້ນ ເນື້ອໃນສຳຄັນຂອງການປະຕິຮູບຕຸລາການແມ່ນສຸມໃສ່ເຂົ້າໃນບັນດາຫນ້າທີ່ປ່ຽນແປງໃຫມ່ການຈັດຕັ້ງ, ການເຄື່ອນໄຫວຂອງລະບົບສານທຸກຂັ້ນ. ເພື່ອສືບຕໍ່ສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃນໄລຍະໃຫມ່, ສານປະຊາຊົນສູງສຸດ ໄດ້ລາຍງານ ແລະ ໄດ້ຮັບຄວາມເຫັນດີເພີ່ມເຕີມໂຄງການສ້າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)ຈາກສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນຫນັກວ່າ: ເລື່ອງປັບປຸງບັນດາຂໍ້ກຳນົດຂອງກົດໝາຍ ຕ້ອງສອດຄ່ອງກັບທັດສະນະ, ແຜນນະໂຍບາຍຂອງພັກ ແລະ ໃນຂອບເຂດຂໍ້ກຳນົດຂອງລັດຖະທຳມະນູນ, ສອດຄ່ອງກັບຈຸດພິເສດຂອງລະບົບການເມືອງ ແລະ ພຶດຕິກຳຕົວຈິງຂອງຫວຽດນາມ ໃນໄລຍະໃຫມ່.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top