• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ

      ວັນທີ 15 ມັງກອນ, ຢູ່ນອກກອງປະຊຸມປະຈຳປີເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF - 27) ຢູ່ Siem Reap, ກຳປູເຈຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum
      ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດ 2 ຝ່າຍຈະສືບຕໍ່ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ສະພາແຫ່ງຊາດ ກຳປູເຈຍ ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ດຳລົງຊີວິດເປັນປົກກະຕິຢູ່ ກຳປູເຈຍ; ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ລົງທຶນພັດທະນາບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ; ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດ ກຳປູເຈຍ ຈະເອົາໃຈໃສ່ຊີ້ນຳ, ຊຸກຍູ້ວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.
        ສ່ວນທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin ໄດ້ຂອບໃຈສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດກ່ຽວກັບຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກນິກ; ຂອບໃຈກ່ຽວກັບໂຄງການກໍ່ສ້າງສຳນັກງານສະພາແຫ່ງຊາດໂດຍພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້.
        ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top