
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄປຮອດສະໜາມບິນ Amsterdam
ນີ້ແມ່ນການຢ້ຽມຢາມໂຮນລັງຢ່າງ ເປັນທາງການຄັ້ງທຳອິດຂອງປະທານສະພາແຫ່ງຊາດ ຫວຽດນາມ. ການ ຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໂຮນລັງ ໃຫ້ດີກວ່າອີກ. ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍໃໝ່ໃນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາຫວຽດນາມ ແລະ ສະພາຕ່ຳໂຮນລັງ.
ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມີການເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນ ທາງດ້ານການທູດ ລະຫວ່າງຫວຽດນາມ-ໂຮນລັງຄົບຮອບ 45 ປີ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ :
“ຫວຽດນາມພວມມານະພະຍາຍາມປະຕິບັດການປະຕິຮູບຢ່າງກ້ວາງເລິກໃນທຸກໆຂົງເຂດ ຊຶ່ງພວມ ແລະ ຈະກາຍເປັນຕ່ອງໂສ້ທີ່ສຳຄັນໃນເຄືອຂ່າຍຮ່ວມສຳພັນທາງດ້ານເສດຖະກິດທີ່ກ້ວາງໃຫຍ່ໃນໂລກດ ເປັນຕົ້ນແມ່ນໃນສະພາວະທີ່ທປະຊາຄົມເສດຖະກິດອາຊຽນໄດ້ຮັບການສ້າງຂຶ້ນເປັນຮູບປະທຳ ແລະ ສັນຍາການຄ້າເສລີລະຫວ່າງຫວຽດນາມ-EU ໃກ້ຈະໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນສັກສິດ ”
(ແຫຼ່ງຄັດຈາກ VOV)