• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວ​ຄຳ​ເຫັນ​ທີ່ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. (ພາບ: VNA)  

ເນື່ອງ​ໃນໂອກາດສະເຫຼີມສະຫຼອງ 96 ປີ​ແຫ່ງວັນ​ມູນ​ເຊື້ອຂອງແນວໂຮມປະ​ເທດ​ຊາດ ຫວຽດນາມ (18 ພະຈິກ 1930 - 18 ພະຈິກ 2026), ຕອນເຊົ້າວັນ​ທີ 07 ພະຈິກ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ​ປະ​ທານ​ສະ​ພາ​ແຫ່ງຊາດ ຫວຽດ​ນາມ ໄດ້ເຂົ້າຮ່ວມວັນ​ບຸນ​​ມະ​ຫາສາມັກຄີຢູ່ເຂດ​ຊຸມ​ຊົນບ້ານ 15, ​ຕາ​ແສງ ບິ່ງ​ເລີ້ຍ, ນະຄອນໂຮ່ຈິມິນ.

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ ໄດ້​ສະ​ເໜີຕ​າ​ແສງ ບິ່ງ​ເລີ້ຍ ເວົ້າ​ລວມ, ​ເຂດ​ຊຸມ​ຊົນ​ບ້ານ 15 ເວົ້າ​ສະ​ເພາະ, ສືບຕໍ່ຮັກສານ້ຳ​ໃຈຄວາມສາມັກຄີ; ​ເສີມ​ຂະ​ຫຍາຍ​ບັນ​ດາຮູບແບບການ​ຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິ​ຜົນ, ຮັກສາ​ສະ​ພາບ​ແວດ​ລ້ອມ​ແຫ່ງການດຳລົງຊີວິດທີ່ປອດໄພ, ປອດ​ໃສ, ຍູ້​ແຮງ​ຂະ​ບວນ​ການ "ທົ່ວ​ປວງ​ຊົນສາມັກຄີກັນເພື່ອສ້າງຊີວິດ​ທາງ​ດ້ານວັດທະນະທຳ, ຕົວເມືອງທີ່ມີສີວິໄລ".

ສະພາແຫ່ງຊາດພວມປຶກສາຫາລື ແລະ ຈະຮັບຮອງເອົາກົດໝາຍ​ວ່າ​ດ້ວຍ​ປະ​ຊາ​ທິ​ປະ​ໄຕ​ຂັ້ນຮາກຖານ ສະ​ບັບ​​ປັບປຸງ​ທີ່ກອງ​ປະ​ຊຸມ​ເທື່ອທີສອງ. ​ຂ້າ​ພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນ​ດາ​ສະ​ຫາຍ ແລະ ປະ​ຊາ​ຊົນ ຈະຕັ້ງໜ້າ​ປະ​ກອບ​ຄຳ​ເຫັນ​​ໃນ​ການກໍ່ສ້າງພັກ, ​ອຳ​ນາດ​ການ​ປົກ​ຄອງ, ຕິດຕາມກວດກາ​ການ​ປະ​ຕິ​ບັດ​ແຜນ​ ນະໂຍບາຍ, ນະ​ໂຍ​ບາຍຢູ່ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ: ການສ້າງອົງການຈັດຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ເຄັ່ງຂຶມ, ເຂັ້ມແຂງ ແລະ ພັດທະນາ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ: ການສ້າງອົງການຈັດຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ເຄັ່ງຂຶມ, ເຂັ້ມແຂງ ແລະ ພັດທະນາ

ພຸດທະສາສະໜາ ຫວຽດນາມ ໄດ້ສືບທອດມູນເຊື້ອ, ເຕີບໃຫຍ່ເຂັ້ມແຂງຂຶ້ນໃນທຸກດ້ານຢ່າງບໍ່ຢຸດຢັ້ງ

Top