• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມພິທີໄຂຖະໜົນດອກໄມ້ຫງວຽນເຫ້ວຍາມບຸນເຕັດປີລະກາ2017

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
ຢ້ຽມ​ຊົມຖະ​ໜົນ​ດອກ​ໄມ້ ຫງວຽນ​ເຫ້ວ
(​ພາບ: sggp.org.vn)
          ຕອນ​ຄ່ຳ​ວັນ​ທີ 25/01 (ກົງ​ກັບ​ວັດ​ທີ 28 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ຢູ່​ຸ​ຖະ​ໜົ​ນ​ຍ່າງ ຫງວຽນ​ເຫ້ວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​​​ໄຂຖະ​ໜົນ​ດອກ​ໄມ້ ຫງວຽນ​ເຫ້ວ​ ຍາມ​ບຸນເຕັດປີ​ລະ​ກາ 2017, ດ້ວຍ​ຫົວ​ຂໍ້ “ນະ​ຄອນ​ທີ່​ໃສ່​ຊື່​​ປະ​ທານ​ໂຮ່​ຈິ​ມິນ -  ຄວາມ​ຫວັງ​ທີ່​ສະ​ຫວ່າງ​ສະ​ໄຫວ”. ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ. ນີ້​ແມ່ນ​ປີ​ທີ 14 ຖະ​ໜົນ​ດອກ​ໄມ້​ຫງວຽນ​ເຫ້ວ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​​ຕ້ອນ​ຮັບບຸນ​ເຕັດ​ຂອງ​ນະ​ຄ​ອນ. ນີ້ິ້​ແມ່ນ​ຈ​ຸດ​ຄວາມ​ງາ​ມ​ດ້ານ​ວັດ​ທະ​ນະ​ທຳ, ແມ່ນ​ສະ​ຖານ​ທ​ີ່​ລະ​ຫຼິ້ນ​​ບັນ​ເທິງຕ້ອນ​ຮັບ​ບຸ​ນ​ເຕັດ​ຂອງ​ປະ​ຊາ​ຊົນ​ນະ​ຄອນ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ ໃນ​ຍາມ​ບຸນ​ເຕັດ​ວຽນ​ມາ. ຖະ​ໜົນ​ດອກ​ໄມ້​ ຫງວຽນ​ເຫ້ວ 2017 ຈະ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ນັກ​ທ່​ອງ​ທ່ຽວ​ແຕ່​ວັນ​ທີ 25/01 – 31/01. ກ່ອນ​ໜ້ານັ້ນ, ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ໄປ​ຖະ​ຫວາ​ຍດອກ​ໄມ້​ປະ​ທານ​ໂຮ່​ຈິ​ມິນ ຢູ່​ສວນ​ສາ​ທາ​ລະ​ນະ ອະນຸສາວະລີ ປະ​ທານ​ໂຮ່​ຈິ​ມິນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top