• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

      ຕອນເຊົ້າວັນທີ 21/7, ຢູ່ສຳນັກງານກະຊວງຕຳຫຼວດ, ດຳເນີນກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນໃນກຳລັງຕຳຫຼວດປະຊາຊົນ,

(ທ່ານນາງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2017). ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຜົນງານ ຂອງບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ພ້ອມທັງຮັບຮອງ ແລະ ຕີລາຄາສູງຜົນງານທີ່ບັນລຸໄດ້ໃນການເຄື່ອນໄຫວຕອບບຸນແທນຄຸນຂອງກຳລັງຕຳຫຼວດປະຊາຊົນໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີກຳລັງຕຳຫຼວດປະຊາຊົນເອົາໃຈໃສ່ເປັນພິເສດເຖິງວຽກງານຕອບບຸນແທນຄຸນ:
        “ຊາບຊືມ ແລະ ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດສຳລັບຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງມີປະສິດທິຜົນ. ສືບຕໍ່ເຮັດວຽກງານບຸລະນະ, ປະຕິສັງຂອນບັນດາກິດຈະກຳອາໄລຫາ, ຈົດຈຳບຸນຄຸນບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ. ເອົາໃຈໃສ່ເຖິງວຽກງານສຶກສາ, ບຳລຸງສ້າງ, ສອນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ຜູ້ທີ່ມີຄຸນງາມຄວາມດີ ແລະ ລູກຫຼານຂອງເຂົາເຈົ້າ; ຊ່ວຍເຫຼືອບັນດາຄອບຄົວນະໂຍບາຍດ້ານວັດຖຸ ແລະ ຈິດໃຈຢ່າງແທດຈິງ ແລະ ມີປະສິດທິຜົນ“.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top