• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

      ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈິ່ນແທງເມິນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນຳໜ້າ

ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້  ແລະ ທ່ານ ເຈິ່ນແທງເມິນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ  
      ຕອນບ່າຍວັນທີ 11 ສິງຫາ, ຢູ່ສຳນັກງານຫ້ອງວ່າການສະພາແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈິ່ນແທງເມິນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຊົມເຊີຍ ແລະ ຕີລາຄາສູງ ຫວຽດນາມໄດ້ຈັດຕັ້ງກອງປະຊຸມປະທານແນວໂຮມ 3 ປະເທດກຳປູເຈຍ, ລາວ, ຫວຽດນາມ ໃນເດືອນກໍລະກົດຜ່ານມາ ຢ່າງປະສົບຜົນສຳເລັດ. ປາຖະໜາວ່າອົງການແນວໂຮມ 2 ປະເທດຈະສືບຕໍ່ພັດທະນາສາຍພົວພັນຮ່ວມມື, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
       ສ່ວນທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເມິນ ຢືນຢັນວ່າ ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່ໃນປະຈຸບັນ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top