• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ໂຕເລີມ ພົບປະກັບຊາວໜຸ່ມເຍົາວະຊົນທີ່ດີເດັ່ນເປັນລູກຫຼານໃນກຳລັງຕຳຫຼວດ

ເນື່ອງໃນໂອກາດເດືອນເຄື່ອນໄຫວເພື່ອເດັກນ້ອຍ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ, ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລີມ ໄດ້ມີການພົບປະເພື່ອຍ້ອງຍໍຊົມເຊີຍພວກເດັກທີ່ເປັນລູກຂອງຕຳຫຼວດທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເດັກທີ່ໄດ້ຮັບການອຸປະກາລະຈາກ ສະມາຄົມແມ່ຍິງຕຳຫຼວດ, ເດັກທີ່ເປັນລູກຂອງນັກຮົບຕຳຫຼວດທີ່ໄດ້ຮັບລາງວັນລະດັບຊາດ ແລະ ສາກົນ 2023-2024 ໃນຂອບເຂດລາຍການ “ຄ້າຍພັກແລ້ງແຫ່ງຄວາມຮັກແພງ” ໂດຍກະຊວງ ຕຳຫຼວດຈັດຕັ້ງຂຶ້ນ.
ທ່ານປະທານປະເທດໂຕເລີມມອບຂອງຂວັນໃຫ້ພວກຫຼານເຍົາວະຊົນ

ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດໂຕເລີມ ສະເໜີວ່າ:   “ ຂ້າພະເຈົ້າສະເໜີບັນດາກະຊວງ,ຕະນະ, ຂະແໜງການ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ສຸມໃສ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ກ່ຽວກັບການເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງເດັກຢ່າງຂ້ຽວຂາດ ດ້ວຍບັນດາເປົ້າໝາຍລະອຽດ. ນັ້ນແມ່ນ “ທົ່ວສັງຄົມເອົາໃຈໃສ່ເບິ່ງແຍງດູແລເດັກ, ເດັກໃນສະພາບການໃດກໍ່ຕ້ອງໄດ້ຮັບການບິ່ງແຍງດູແລໃຫ້ເປັນຢ່າງດີ”; ເດັກນ້ອຍໃນໄວຮຽນ ລ້ວນແຕ່ໄດ້ໄປໂຮງຮຽນ.. ພ້ອມນັ້ນ ກໍຕ້ອງມີນະໂຍບາຍພິເສດສໍາລັບເດັກ ຢູ່ເຂດຊົນເຜົ່າສວ່ນໜ້ອຍ; ເດັກມີສະພາບຄອບຄົວ ທີ່ຫຍຸ້ງຍາກ ກໍຕ້ອງໄດ້ຮັບການເບິ່ງແຍງດີແລ”.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top