• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ໂຕເລີມ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

ຕອນບ່າຍວັນທີ 18 ມິຖຸນາ, ຢູ່ສຳນັກງານປະທານປະເທດທີ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລີມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ປາກິດສະຖານ Kohdayar Marri; ເອກອັກຄະລັດຖະທູດ ໂມຊຳບິກ, Ilundi Dos Santos, ແລະ ເອກອັກຄະລັດຖະທູດ ຕີມໍ ຕາເວັນອອກ João Pereira ເຂົ້າຍືນສານຕາຕັ້ງ ເລີ່ມຕົ້ນອາຍຸການປະຕິບັດງານ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ປາກິດສະຖານ Kohdayar Marri ເຂົ້າຍືນສານຕາຕັ້ງຕໍ່ ທ່ານປະທານປະເທດ ໂຕເລີມ

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ປາກິດສະຖານ Kohdayar Marri, ທ່ານປະທານປະເທດ ໂຕເລີມ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ປາກິດສະຖານ; ຫວັງວ່າທ່ານເອກອັກຄະລັດຖະທູດຈະສົມທົບຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະ, ບັນດາກະຊວງ, ອົງການ, ຂະແໜງການຂອງຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົວພັນປະຊາຊົນ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຍູ້ແຮງ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ປາກີສະຖານ ເຂົ້າມາລົງທຶນຢູ່ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ ປາກິດສະຖານ ມີທ່າແຮງຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການທ່ອງທ່ຽວ, ປຸງແຕ່ງອາຫານ. ພ້ອມກັນນັ້ນ, ກໍຫວັງວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ຈັດຕັ້ງປະຕິບັດບັນດາກົນໄກຮ່ວມມືລະຫວ່າງສອງປະເທດເປັນໄລຍະໆ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ ແລະ ປະຊາຄົມວິສາຫະກິດ.

     ເມື່ອຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Mozambique, Ilundi Dos Santos, ທ່ານປະທານປະເທດ ໂຕເລີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ໂມຊຳບິກ; ທ່ານນາງເອກອັກຄະລັດຖະທູດ ສົມທົບກັບບັນດາອົງການຂອງຫວຽດນາມ ໃນໄລຍະດຳລົງຕຳແໜ່ງ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການທູດ. ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍເຫຼືອ ໂມຊຳບິກ ຂະຫຍາຍການພົວພັນກັບບັນດາປະເທດ ອາຊຽນ, ພ້ອມກັນນັ້ນ ຫວັງວ່າ ໂມຊຳບິກ ຈະແມ່ນຂົວຕໍ່ຊ່ວຍໃຫ້ ຫວຽດນາມ ເປີດກວ້າງການພົວພັນກັບບັນດາປະເທດໃນປະຊາຄົມອາຟຣິກາ.

   ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ຕີມໍ ຕາເວັນອອກ João pereira, ທ່ານປະທານປະເທດ ຖືວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່ ໃນນັ້ນມີການຮ່ວມມື ດ້ານກະສິກຳ, ໂທລະຄົມມະນາຄົມ, ການສຶກສາ, ນ້ຳມັນອາຍແກັສ; ເພີ່ມທະວີການແລກປ່ຽນ ແລະ ການພົວພັນໃນທຸກຂັ້ນ. ທ່ານປະທານປະເທດຫວັງວ່າ 2 ປະເທດຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ທີ່ໄດ້ປຶກສາຫາລື ແລະ ລົງນາມ; ພ້ອມກັນນັ້ນ, ກໍດຳເນີນການລົງນາມໃນສັນຍາ ແລະ ຂໍ້ຕົກລົງໃໝ່; ສົ່ງເສີມບັນດານັກລົງທຶນຂອງສອງປະເທດປະຕິບັດບັນດາແຜນງານ ແລະ ໂຄງການລົງທຶນ.

(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top