• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ: ເພື່ອປະເທດ ຫວຽດນາມ ເອົາຊະນະໂລກລະບາດ ແລະ ພັດທະນາວັດທະນາຖາວອນ

      ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ເປັນເຈົ້າການປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍເພື່ອພັດທະນາທັກສະແຮງງານ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)
      ເນື່ອງໃນໂອກາດວັນທັກສະແຮງງານ ຫວຽດນາມ ວັນທີ 4 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫາກໍສົ່ງຈົດໝາຍຮຽກຮ້ອງໃຫ້ຮ່ວມເດີນທາງຍົກສູງລະດັບທັກສະແຮງງານ “ເພື່ອປະເທດ ຫວຽດນາມ ເອົາຊະນະໂລກລະບາດ ແລະ ພັດທະນາແບບຍືນຍົງ”.
      ໃນຈົດໝາຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ເປັນເຈົ້າການປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍເພື່ອພັດທະນາທັກສະແຮງງານ. ທ່ານປະທານປະເທດ ສະເໜີໃຫ້ຍູ້ແຮງການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີທັກສະ, ມີສີມືແຮງງານສູງ, ສອນວິຊາຊີບໃຫ້ແກ່ຊາວໜຸ່ມຢ່າງທົ່ວເຖິງ; ຮຽກຮ້ອງໃຫ້ຊາວຜູ້ອອກແຮງງານທຸກຄົນໃນທົ່ວປະເທດຈົ່ງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມດ້ານທັກສະວິຊາຊີບຢ່າງບໍ່ຢຸດຢັ້ງ; ປະດິດຄິດສ້າງຢ່າງຕໍ່ເນື່ອງເພື່ອປົວແປງສະມັດຕະພາບ ແລະ ຍົກສູງປະສິດທິຜົນການອອກແຮງງານ; ມານະພະຍາຍາມກວ່າອີກເພື່ອຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)
 

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top