• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ ເລືອງເກື່ອງ ເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ອີຢິບ

ຕອນບ່າຍວັນທີ 5 ສິງຫານີ້ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ Cairo, ທ່ານ ປະທານາທິບໍດີ ອີຢິບ Abdel Fattah El-Sisi ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຢູ່ສາທາລະນະລັດ ອາຣັບ ອີຢິບ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານ ປະທານາທິບໍດີ Abdel Fattah El-Sisi ໄດ້ມີການພົບປະວົງແຄບ ແລະ ຈາກນັ້ນໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດເຂົ້າຮ່ວມການເຈລະຈາຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມເພື່ອຍົກລະດັບການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອີຢິບ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi

ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງກ້ວາງຂວາງ ແລະ ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ເປີດກວ້າງການຮ່ວມມືສູ່ບັນດາຂົງເຂດໃໝ່ຄື: ນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການເຕີບໂຕສີຂຽວ, ຫັນເປັນດີຈີຕອນ.

     ສ່ວນທ່ານປະທານາທິບໍດີ Abdel Fattah El-Sisi ຢືນຢັນວ່າ ອີຢິບ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ວິສາຫະກິດ, ສິນຄ້າຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ ແລະ ອາຟຣິກາ, ເຫັນດີເປັນເອກະພາບຈະປຶກສາຫາລືກ່ຽວກັບຄວາມອາດສາມາດສ້າງຂອບການຮ່ວມມືດ້ານການຄ້າສອງຝ່າຍໃໝ່, ຜ່ານນັ້ນປະກອບສ່ວນຍົກສູງວົງເງິນການຄ້າໃນໄລຍະຈະມາເຖິງ.

      2 ຝ່າຍໄດ້ເຫັນດີສ້າງຕັ້ງຫນ່ວຍງານ ສຶກສາຄວາມສາມາດເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢິບ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການເຄື່ອນໄຫວຊຸກຍູ້ການທ່ອງທ່ຽວ, ໂຄສະນາສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະ ປະຊາຊົນສອງປະເທດ.

      ທ່ານປະທານປະເທດ ເລືອງເກືອງ ສະເໜີຜັນຂະຫຍາຍການຮ່ວມມືດ້ານການສຶກສາ, ແລກປ່ຽນນັກສຶກສາໃນຂົງເຂດໃໝ່, ປາດຖະໜາວ່າ ອີຢິບ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອີຢິບ ຢ່າງເປັນປົກກະຕິ.
      ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານປະທານປະເທດ ເລືອງເກືອງ ຕີລາຄາສູງບົດບາດຂອງ ອີຢິບ ໃນຖານະເປັນກາງໄກ່ເກ່ຍ ໃນການຊອກຫາວິທີແກ້ໄຂຄວາມຂັດແຍ່ງໃນພາກພື້ນ. ທ່ານປະທານາທິບໍດີ ອີຢິບ ຊົມເຊີຍຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຕໍ່ສູ້ອັນຊອບທຳຂອງຊາວ ປາແລັດສະໄຕ ແລະ ຢືນຢັນຊຸກຍູ້ວິທີການແກ້ໄຂ 2 ລັດ ແມ່ນຈຸດໝາຍສຳຄັນເພື່ອບັນລຸສັນຕິພາບແບບຍືນຍົງ ແລະ ຍາວນານຢູ່ຕາເວັນອອກກາງ.
         ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ທ່ານຢືນຢັນສະໜັບສະໜູນການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS) ເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.
       ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ, ໃນນັ້ນມີບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງແຜນການ, ພັດທະນາເສດຖະກິດ ແລະ ການຮ່ວມມືສາກົນຂອງອີຢິບ ກ່ຽວກັບການຮ່ວມມືດ້ານເສດຖະກິດ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງພາຍໃນຫວຽດນາມ ແລະ ກະຊວງພັດທະນາທ້ອງຖິ່ນ ອີຢິບ ກ່ຽວກັບການຮ່ວມມືໃນຂົງເຂດພັດທະນາທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ.

Top