• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດເຂົ້າຍື່ນສານຕາຕັ້ງ

          ຕອນບ່າຍວັນທີ 30 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອູຣູກວາຍ Pollak Giampietro; ທ່ານເອກອັກຄະລັດທູດ ແຟງລັງ  Keijo Ensio Norvanto; ທ່ານເອກອັກຄະລັດຖະທູດ ໂອຕາລິດ Hans-Peter Glanzer.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ເອກອັກຄະລັດຖະທູດບັນດາປະເທດ (ພາບ:TTXVN)
      ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອູຣູກວາຍ Pollak Giampietro ມາຮັບໜ້າທີ່ຢູ່ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນັຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືກັບ ອູຣູກວາຍ ເປັນຄຳເຫັນ ແລະ ຖືວ່າ ຈະເປີດສະຖານທູດ ຫວຽດນາມ ປະຈຳ ອູຣູກວາຍ ໂດຍໄວ, ປະກອບສ່ວນນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບການແລກປ່ຽນການຮ່ວມມືການຄ້າ - ການລົງທຶນ, ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນຂອງ ຫວຽດນາມ ແລະ ອູຣູກວາຍສຳຜັດກັບຕະຫຼາດຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກເພ່ືອໃຫ້ປະຊາຄົມວິສາຫະກິດສອງປະເທດ ຢ້ຽມຢາມ, ຊອກຫາກາລະໂອກາດການລົງທຶນ ແລະ ດຳເນີນທຸລະກິດ.
      ທີ່ການຕ້ອນຮັບທ່ານ ເອກອັກຄະລັດທູດ ແຟງລັງ  Keijo Ensio Norvanto, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເອົາໃຈໃສ່ເຖິງການຊຸກຍູ້ການຂຸດຄົ້ນບັນດາກາລະໂອກາດທາງການຄ້າ, ການລົງທຶນ ຈາກສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EU (EVFTA) ໃຫ້ດີທີ່ສຸດ, ທ່ານກໍ່ປາດຖະໜາກຢາກ ລັດຖະບານ ແຟງລັງ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ລະຫວ່າງ ຫວຽດນາມ ແລະ EU ໂດຍໄວ.
      ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ໂອຕາລິດ Hans-Peter Glanzer, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການລະຫວ່າງລັດຖະບານ, ຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວ, ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ເປັນເສນາທິການ, ສະເໜີກັບລັດຖະບານ ໂອຕາລິດໃນການໜູນຊ່ວຍ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນ, ບັນດາວັດຖຸອຸປະກອນການແພດທີ່ຈຳເປັນ ແລະ ຢາປິ່ນປົວ ໂຄວິດ - 19, ຊຸກຍູ້ COVAX ໃຫ້ບຸລິມະສິດແຈກຢາຍວັກຊິນໃຫ້ແກ່ຫວຽດນາມ ໂດຍໄວກ່ວາອີກ.
(ແຫຼ່ງຄັດຈາກ VOV)

ວຽກ​ງານ​ການ​ເມືອງ​ພາຍ​ໃນ​ຕ້ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮັກ​ສາ​ສ​ະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ວຽກ​ງານ​ການ​ເມືອງ​ພາຍ​ໃນ​ຕ້ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮັກ​ສາ​ສ​ະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ຕອນບ່າຍວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູງການພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ໄດ້ໄປຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບຄະນະການເມືອງພາຍໃນສູນກາງພັກ.

Top