• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ລົງກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼວດເຄື່ອນທີ່

ໄລຍະຈະມາເຖິງ, ກຳລັງອາລັກຂາ ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ບັນດາການນຳພັກ, ລັດ, ໃຫ້ແກ່ການເຄື່ອນໄຫວ, ເຫດການສຳຄັນຂອງປະເທດຊາດ ກໍ່ຄືຂອງສາກົນ ທີ່ຈັດຂຶ້ນຢູ່ ຫວຽດນາມ.
ປະທານປະເທດ ລົງກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼສດເຄື່ອນທີ່

ຕອນເຊົ້າວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໄດ້ລົງກວດກາວຽກງານກຽມພ້ອມສູ້ຮົບຂອງພະນັກງານ, ນັກຮົບກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼວດເຄື່ອນທີ່ໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024.

ເມື່ອລົງຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບກຳລັງພິອາລັກຂາຕຳຫຼວດປະຊາຊົນ, ທ່ານປະທານປະເທດ ສະເໜີວ່າ: ໄລຍະຈະມາເຖິງ, ກຳລັງອາລັກຂາ ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ບັນດາການນຳພັກ, ລັດ, ໃຫ້ແກ່ການເຄື່ອນໄຫວ, ເຫດການສຳຄັນຂອງປະເທດຊາດ ກໍ່ຄືຂອງສາກົນ ທີ່ຈັດຂຶ້ນຢູ່ ຫວຽດນາມ, ກໍ່ຄືການເຄື່ອນໄຫວຂອງການນຳພັກ, ລັດ ຢູ່ຕ່າງປະເທດ. ທ່ານປະທານປະເທດ ຮຽກຮ້ອງໃຫ້ຂະແໜງຕຳຫຼວດສຸມໃສ່, ມານະພະຍາຍາມສູ້ຊົນສ້າງກຳລັງອາລັກຂາຕຳຫຼວດປະຊາຊົນ ຮອດປີ 2025 “ປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.     

ເມື່ອລົງຢ້ຽມຢາມ, ອວຍພອນປີໃໝ່, ກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການຕຳຫຼວດເຄື່ອນທີ່, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຄະນະພັກ ກອງບັນຊາການຕຳຫຼວດເຄື່ອນທີ່ ສ້າງກຳລັງຕຳຫຼວດ ປະຊາຊົນນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ. ໃນບໍ່ວ່າສະພາບການໃດ, ເງື່ອນໄຂໃດກໍ່ຕ້ອງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ສະ​ເໜີ​ຊຸກ​ຍູ້​ຢ່າງ​ແຮງ​ຮູບ​ແບບ​ສາມ​ອົງ​ການ​ລວມ​ມີ: ລັດ - ສະ​ຖາ​ບັນ, ໂຮງ​ຮຽນ - ວິ​ສາ​ຫະ​ກິດ​ເພື່ອທະ​ລຸ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ພັ​​ດທະ​ນາ ແລະ ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ.

Top