• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຈີນ ສືຈີ້ນຜິງ ຍົກອອກ “ຂີດຂັ້ນແດງ” ກ່ຽວຂ້ອງເຖິງ ຮົງກົງ

      ທ່ານປະທານປະເທດ ຈີນ ສືຈີ້ນຜິງ ໄດ້ຖະແຫຼງວ່າ ອຳນາດການປົກຄອງສູນກາງຈີນ ຈະຢຶດໝັ້ນປະຕິບັດນະໂຍບາຍ “ປະເທດໜຶ່ງ, ສອງລະບອບ” ແລະ ຮັບປະກັນການປະຕິບັດນະໂຍບາຍນີ້ຢ່າງຄົບຖ້ວນຢູ່ ຮົງກົງ ຫາກບໍ່ໄປຫລົງທິດ

ທ່ານປະທານປະເທດ ຈີນ ສືຈີ້ນຜິງ
(ພາບປະກອບ)
      ກ່າວຄຳເຫັນໃນວັນທີ 1 ກໍລະກົດ, ທີ່ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ໄດ້ໂຮມເຂົ້າກັບ ຈີນ ແລະ ພິທີຮັບດຳລົງຕຳແໜ່ງຂອງອຳນາດການປົກຄອງທີ 5 ຂອງເຂດບໍລິຫານພິເສດ ຮົງກົງ, ທ່ານປະທານປະເທດ ຈີນ ສືຈີ້ນຜິງ ໄດ້ຖະແຫຼງວ່າ ອຳນາດການປົກຄອງສູນກາງຈີນ ຈະຢຶດໝັ້ນປະຕິບັດນະໂຍບາຍ “ປະເທດໜຶ່ງ, ສອງລະບອບ” ແລະ ຮັບປະກັນການປະຕິບັດນະໂຍບາຍນີ້ຢ່າງຄົບຖ້ວນຢູ່ ຮົງກົງ ຫາກບໍ່ໄປຫລົງທິດ. ທ່ານໄດ້ຍົກອອກ “ຂີດຂັ້ນແດງ” ໃນການແກ້ໄຂບັນດາການພົວພັນລະຫວ່າງ ຈີນ ແລະ ຮົງກົງ, ພ້ອມທັງກ່າວເຕືອນຈະລົງໂທດຢ່າງແຮງ ຕໍ່ບັນດາກົນອຸບາຍທີ່ກໍ່ຄວາມເສຍຫາຍເຖິງອະທິປະໄຕຂອງປະເທດຊາດ ຫຼື ນາບຂູ່ເຖິງອຳນາດການປົກຄອງສູນກາງ. ທ່ານປະທານປະເທດ ສືຈີ້ນຜິງ ເນັ້ນໜັກວ່າ: ເລື່ອງສະໜັບສະໜູນ ແລະ ປະຕິບັດບັນດາຫຼັກການຂອງນະໂຍບາຍ “ປະເທດໜຶ່ງ, ສອງລະບອບ” ຮັບປະກັນຕອບສະໜອງຜົນປະໂຫຍດຂອງປະຊາຊົນ ຮົງກົງ, ຕອບສະໜອງຄວາມຈຳເປັນຕ້ອງຮັກສາຄວາມວັດທະນະຖາວອນ ແລະ ສະຖຽນລະພາບຂອງ ຮົງກົງ, ຮັບໃຊ້ຜົນປະໂຫຍດພື້ນຖານຂອງປະເທດຊາດ ແລະ ປະຊາຊົນຈີນທຸກຄົນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top