• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳແຜນຍຸດທະສາດກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫົວໜ້າຄະນະຊີ້ນຳແຜນຍຸດທະສາດກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມເຖິງປີ 2030, ກຳນົດທິດເຖິງປີ 2045 ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ.
ທ່ານປະທານປະເທດຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ :

   “ ຈິດໃຈແມ່ນພວກເຮົາໄດ້ມີແຜນທີ່ມີລັກສະນະຍຸດທະສາດ, ແທດຈິງທີ່ມີຕໍ່ປະຊາຊົນ ແລະ ອົງການແຫ່ງລັດ, ແມ່ນລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ມີຄຳຄິດເຫັນຫຼາຍຂໍ້ ສະເໜີວ່າ ຄວນມີບັນດາບາດກ້າວບຸກທະລຸທີ່ຈຳເປັນເພື່ອໃຫ້ ລັດແຫ່ງກົດໝາຍສັງຄົມນິຍົມ ໃນໄລຍະທີ່ຈະມາເຖິງ, ວິໄສທັດເຖິງປີ 2045 ຮັບປະກັນຜົນສຳເລັດ. ໃນນັ້ນ ມີບັນຫາປົກປ້ອງປະຊາຊົນ, ປົກປ້ອງມະນຸດ, ສ້າງກົດລະບຽບວິໄນຂອງປະເທດຊາດ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ລະບົບກົດໝາຍຮັບປະກັນການເຊື່ອມໂຍງສາກົນ. ລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມແມ່ນຖືເອົາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິມິນແມ່ນພື້ນຖານດ້ານແນວຄິດເພື່ອປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ”.

     ຕີລາຄາສູງເລື່ອງບັນດາສະມາຊິກເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຢ່າງສຸດຈິດສຸດໃຈ ແລະ ມີຄຸນນະພາບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ :

     “  ແຜນດັ່ງກ່າວ ຮັບໃຊ້ການພັດທະນາຂອງປະເທດຊາດ, ຮັບໃຊ້ປະຊາຊົນ, ຮັບປະກັນປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ສັງຄົມຍຸດຕິທຳ, ປະຊາທິປະໄຕ ແລະ ສີວິໄລ. ບັນດາກຸ່ມສິດອຳນາດກໍລ້ວນແຕ່ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ເພື່ອໃຫ້ປະເທດຊາດພັດທະນາແບບຍືນຍົງ”.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top