• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງ: APEC ຫວຽດນາມ 2017 - ເພີ່ມພູນຄູນສ້າງອະນາຄົດລວມໃນໂລກແຫ່ງທີ່ພວມຫັນປ່ຽນ

      ບົດຂຽນໄດ້ຊີ້ແຈ້ງວ່າ: ກ່ອນນີ້ 28 ປີ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ໄດ້ຮັບການສ້າງຕັ້ງ.
ເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017 ຈັດຕັ້ງຢູ່ນະຄອນ ດ່ານັ້ງ ແຕ່ວັນທີ 6 – 11 ພະຈິກ 2017, ດ້ວຍເຫດການຈຸດສຸມ ແມ່ນກອງປະຊຸມຂັ້ນສູງ APEC ຄັ້ງທີ 25, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີບົດຂຽນ “APEC ຫວຽດນາມ 2017 - ເພີ່ມພູນຄູນສ້າງອະນາຄົດລວມ ໃນໂລກທີ່ພວມຫັນປ່ຽນ”.
        ບົດຂຽນໄດ້ຊີ້ແຈ້ງວ່າ: ກ່ອນນີ້ 28 ປີ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ໄດ້ຮັບການສ້າງຕັ້ງ. ນັບແຕ່ນັ້ນມາຮອດປະຈຸບັນ, APEC ນັບມື້ນັບບືນຕົວຂຶ້ນຢ່າງແຮງ, ຢັ້ງຢືນບົດບາດແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າຢູ່ພາກພື້ນ. ໃນຖານະເປັນປະເທດເຈົ້າພາບ APEC 2017, ຫວຽດນາມ ມີຄວາມຮັບຜິດຊອບພ້ອມກັບບັນດາສະມາຊິກຫັນຄວາມຕັດສິນໃຈຂອງບັນດາການນຳ APEC ກາຍເປັນບັນດາໝາກຜົນລະອຽດ, ນຳ APEC ຫຍັບມໍ່ໃກ້ກັບປະຊາຊົນ ແລະ ປະຊາຄົມວິສາຫະກິດ, ຜ່ານນັ້ນ, ຫັນວິໄສທັດຍຸດທະສາດກ່ຽວກັບປະຊາຄົມ ອາຊີ - ປາຊີຟິກ ພັດທະນາແບບຍືນຍົງ ແລະ ກວມລວມໃນສັດຕະວັດທີ 21 ໃຫ້ປະກົດຜົນເປັນຈິງ.
        ບົດຂຽນເນັ້ນໜັກວ່າ: ດ້ວຍການເປັນປະເທດເຈົ້າພາບຈັດຕັ້ງປີ APEC 2017, ຫວຽດນາມ ປາດຖະໜາ ສືບຕໍ່ຢັ້ງຢືນແຜນນະໂຍບາຍຫັນເປັນຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ແມ່ນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ, ສູ້ຊົນພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ ເພີ່ມພູນຄູນສ້າງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະ ວັດທະນາຖາວອນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top