ຂ່າວສານ
ປະທານປະເທດຫວຽດນາມ ພົບປະກັບ ປະທານນາທິບໍດີ ສະຫະລັດອາເມຣິກາ ແລະ ການນຳຂັ້ນສູງປະເທດສະມາຊິກ APEC ຈຳນວນໜຶ່ງ
ວັນທີ 29 ຕຸລາ, ຕາມເວລາທອງຖິ່ນ, ໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ APEC ຢູ່ ປະເທດ ສ.ເກົາຫຼີ, ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ໄດ້ພົບປະກັບ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ ແລະ ການນຳຂັ້ນສູງປະເທດສະມາຊິກ APEC ຈຳນວນໜຶ່ງ.
ໃນການພົບປະດັ່ງກ່າວ, ທ່ານ ເລືອງເກື່ອງ ໄດ້ຕີລາຄາສູງບົດບາດຂອງ ປະທານນາທິບໍດີສະຫະລັດອາເມຣິກາ ໃນການຊຸກຍູ້ການແກ້ໄຂການປະທະກັນ ແລະ ການຟື້ນຟູສັນຕິພາບຢູ່ໃນພາກພື້ນຕ່າງໆໃນໂລກ ໃນໄລຍະທີ່ຜ່ານມາ; ຢືນຢັນວ່າ ຫວຽດນາມ ມີຄວາມພ້ອມທີ່ຈະສວມບົດບາດໃນການເປັນຂົວຕໍ່່, ໜູນຊ່ວຍໃນການຊອກຫາມາດຕະການແກ້ໄຂ້ແບບຍືນຍົງ, ສອດຄອງກັບກົດໝາຍສາກົນຕໍ່່ກັບກໍລະນີປະທະກັນ. ດ້ວຍຄວາມປາດຖະໜາຢາກຮັກສາການພັດທະນາຢ່າງມີສະຖຽນລະພາບ, ມີປະສິດທິຜົນ, ທ່ານ ເລືອງເກື່ອງ ໄດ້ສະເໜີໃຫ້ ຫວຽດນາມ-ສະຫະລັດອາເມຣິກາ ຕ້ອງ ສຳເລັດການເຈລະຈາສັນຍາການຄ້າ ສົມທົບຕາມທິດ ສອງຝ່າຍຕ່າງຜົນປະໂຫຍດບົນພື້ນຖານຖະແຫຼງການທີ່ຜ່ານມານັ້ນໂດຍໄວ, ຄິດໄລ່ເຖິງບັນດາລັກສະນະພິເສດສະເພາະຂອງຫວຽດນາມ ແລະ ຄວາມສຳຄັນຂອງສາຍພົວພັນສອງປະເທດ.
ສ່ວນ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ ໄດ້ຢັ້ງຢືນການຖື ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານກັບຫວຽດນາມເປັນສຳຄັນ; ຕິລາຄາສູງບົດບາດ, ທີ່ຕັ້ງທີ່ນັບມື້ນັບເພີ່ມທະວີຂອງຫວຽດນາມ ກໍ່່ຄືບັນດາຄວາມພະຍາຍາມຂອງຫວຽດນາມ ກ່ຽວກັບ ການປະຕິຮູບ, ການເປີດປະຕູ, ການເຊື່ອມໂຍງ. ການປ່ຽນແປງໃໝ່ດ້ານເສດຖະກິດຢ່າງແຮງ. ທ່ານ ໂດໂນ້ ທຣຳ ກໍ່່ຊົມເຊີຍ ຫວຽດນາມ ທີ່ນຳເຂົ້າບັນດາສິນຄ້າທີ່ເປັນທ່າແຮງ ຂອງສະຫະລັດອາເມຣິກາ.
ໃນຕອນບາຍວັນດ່ຽວກັນ, ຢູ່ງານລ້ຽງຕ້ອບຮັບບັນດາການນຳ APEC, ທ່ານ ເລືອງເກື່ອງ ກໍ່ໄດ້ມີກັບພົບປະໃນເວລາສັ້ນກັບ ນາຍົກລັດຖະມົນຕີ ການາດາ, ໄທ, ສິງກະໂປ, ອົດສະຕາລິ ແລະ ນິວ ຊີແລນ.
ໃນຂອບເຂດເຂົ້າຮ່ວມສັບປະດາຂັ້ນສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ເຮັດວຽກ 2 ຝ່າຍຢູ່ ປະເທດ ສ.ເກົາຫຼີ, ຕອນເຊົ້າວັນທີ 30 ຕຸລາ, ຢູ່ນະຄອນ Gyeongju, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ກໍ່ຕັ້ງກຸ່ມບໍລິສັດ MEBO International ຂອງ ຈີນ; ປະທານກຸ່ມບໍລິສັດ Lotte (ສ.ເກົາຫຼີ) ແລະ ເລຂາທິການໃຫຍ່ຫ້ອງການການຄ້າສາກົນ (ICC).








