ຂ່າວສານ

ປະທານປະເທດຫວຽດນາມ ພົບປະກັບ ປະທານນາທິບໍດີ ສະຫະລັດອາເມຣິກາ ແລະ ການນຳຂັ້ນສູງປະເທດສະມາຊິກ APEC ຈຳນວນໜຶ່ງ

ທ່ານ ເລືອງເກື່ອງ ໄດ້ຕີລາຄາສູງບົດບາດຂອງ ປະທານນາທິບໍດີສະຫະລັດອາເມຣິກາ ໃນການຊຸກຍູ້ການແກ້ການປະທະກັນ ແລະ ການຟື້ນຟູສັນຕິພາບຄຶນຢູ່ບາງຂົງເຂດໃນໂລກ ໃນໄລຍະທີ່ຜ່ານມາ.
ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ພົບປະກັບ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ

ວັນທີ 29 ຕຸລາ, ຕາມເວລາທອງຖິ່ນ, ໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ APEC ຢູ່ ປະເທດ ສ.ເກົາຫຼີ, ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ໄດ້ພົບປະກັບ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ ແລະ ການນຳຂັ້ນສູງປະເທດສະມາຊິກ APEC ຈຳນວນໜຶ່ງ.

ໃນການພົບປະດັ່ງກ່າວ, ທ່ານ ເລືອງເກື່ອງ ໄດ້ຕີລາຄາສູງບົດບາດຂອງ ປະທານນາທິບໍດີສະຫະລັດອາເມຣິກາ ໃນການຊຸກຍູ້ການແກ້ໄຂການປະທະກັນ ແລະ ການຟື້ນຟູສັນຕິພາບຢູ່ໃນພາກພື້ນຕ່າງໆໃນໂລກ ໃນໄລຍະທີ່ຜ່ານມາ; ຢືນຢັນວ່າ ຫວຽດນາມ ມີຄວາມພ້ອມທີ່ຈະສວມບົດບາດໃນການເປັນຂົວຕໍ່່, ໜູນຊ່ວຍໃນການຊອກຫາມາດຕະການແກ້ໄຂ້ແບບຍືນຍົງ, ສອດຄອງກັບກົດໝາຍສາກົນຕໍ່່ກັບກໍລະນີປະທະກັນ. ດ້ວຍຄວາມປາດຖະໜາຢາກຮັກສາການພັດທະນາຢ່າງມີສະຖຽນລະພາບ, ມີປະສິດທິຜົນ, ທ່ານ ເລືອງເກື່ອງ ໄດ້ສະເໜີໃຫ້ ຫວຽດນາມ-ສະຫະລັດອາເມຣິກາ ຕ້ອງ ສຳເລັດການເຈລະຈາສັນຍາການຄ້າ ສົມທົບຕາມທິດ ສອງຝ່າຍຕ່າງຜົນປະໂຫຍດບົນພື້ນຖານຖະແຫຼງການທີ່ຜ່ານມານັ້ນໂດຍໄວ, ຄິດໄລ່ເຖິງບັນດາລັກສະນະພິເສດສະເພາະຂອງຫວຽດນາມ ແລະ ຄວາມສຳຄັນຂອງສາຍພົວພັນສອງປະເທດ.

ສ່ວນ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ ໄດ້ຢັ້ງຢືນການຖື ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານກັບຫວຽດນາມເປັນສຳຄັນ; ຕິລາຄາສູງບົດບາດ, ທີ່ຕັ້ງທີ່ນັບມື້ນັບເພີ່ມທະວີຂອງຫວຽດນາມ ກໍ່່ຄືບັນດາຄວາມພະຍາຍາມຂອງຫວຽດນາມ ກ່ຽວກັບ ການປະຕິຮູບ, ການເປີດປະຕູ, ການເຊື່ອມໂຍງ. ການປ່ຽນແປງໃໝ່ດ້ານເສດຖະກິດຢ່າງແຮງ. ທ່ານ ໂດໂນ້ ທຣຳ ກໍ່່ຊົມເຊີຍ ຫວຽດນາມ ທີ່ນຳເຂົ້າບັນດາສິນຄ້າທີ່ເປັນທ່າແຮງ ຂອງສະຫະລັດອາເມຣິກາ.

ໃນຕອນບາຍວັນດ່ຽວກັນ, ຢູ່ງານລ້ຽງຕ້ອບຮັບບັນດາການນຳ APEC, ທ່ານ ເລືອງເກື່ອງ ກໍ່ໄດ້ມີກັບພົບປະໃນເວລາສັ້ນກັບ ນາຍົກລັດຖະມົນຕີ ການາດາ, ໄທ, ສິງກະໂປ, ອົດສະຕາລິ ແລະ ນິວ ຊີແລນ.

       ໃນຂອບເຂດເຂົ້າຮ່ວມສັບປະດາຂັ້ນສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ເຮັດວຽກ 2 ຝ່າຍຢູ່ ປະເທດ ສ.ເກົາຫຼີ, ຕອນເຊົ້າວັນທີ 30 ຕຸລາ, ຢູ່ນະຄອນ Gyeongju, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ກໍ່ຕັ້ງກຸ່ມບໍລິສັດ MEBO International ຂອງ ຈີນ; ປະທານກຸ່ມບໍລິສັດ Lotte (ສ.ເກົາຫຼີ) ແລະ ເລຂາທິການໃຫຍ່ຫ້ອງການການຄ້າສາກົນ (ICC).


top