• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫງວຽນຊວນຟຸກໃຫ້ການຕ້ອນຮັບຄະນະຜູ້ແທນຄະນະ ສ.ສ.ຊ ຄະນະຊາວໜຸ່ມ, ພັກ ປະຊາທິປະໄຕເສລີ ຍີ່ປຸ່ນ

ຕອນບ່າຍວັນທີ 24 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະ ສ.ສ.ຊ ຄະນະຄະນະຊາວໜຸ່ມ, ພັກ ປະຊາທິປະໄຕເສລີ ຍີ່ປຸ່ນ ນຳໂດຍທ່ານ Suzuki Norikazu ສະມາຊິກສະພາຕ່ຳ ແລະ ທ່ານ Sato Kei ສະມາຊິກສະພາສູງ, ຮັກສາການຮ່ວມຫົວໜ້າຄະນະຊາວໜຸ່ມ ພັກປະຊາທິປະໄຕ ເສລີຍີ່ປຸ່ນ (LDP), ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງການຢ້ຽມຢາມຂອງຄະນະ, ສະເໜີໃຫ້ຄະນະຊາວໜຸ່ມພັກ ປະຊາທິປະໄຕເສລີ ຍີ່ປຸ່ນ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ພິເສດແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ. ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ຍີ່ປຸ່ນ ຈະໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ, ຊຸກຍູ້ການຮ່ວມມືໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ, ພິເສດແມ່ນບັນດາຂົງເຂດການລົງທຶນ, ການຄ້າ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ຫັນເປັນສີຂຽວ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ໃຫ້ຍີ່ປຸ່ນ ກາຍເປັນນັກລົງທຶນອັນດັບ 1 ຂອງຫວຽດນາມ ໂດຍໄວ ຜ່ານການຜັນຂະຫຍາຍປະຕິບັດຂໍ້ລິເລີ່ມລົງທຶນຢູ່ອາຊີໃນອະນາຄົດຢ່າງມີປະສິດທິຜົນ.

          ສ່ວນທ່ານ Suzuki Norikazu ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ບັນດາສະມາຊິກສະພາແຫ່ງຊາດ ຍີ່ປຸ່ນ ຈະສືບຕໍ່ເສີມຂະຫຍາຍການພົວພັນອັນດີງາມລະຫວ່າງ 2 ປະເທດ, ປາດຖະໜາຢາກເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງໃນໂອກາດວັນຄົບຮອບ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2023.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top